ຮ້ານແວ່ນຕາໃຕ້ຟ້າ ກໍ່ຕັ້ງຂື້ນເມື່ອ ປີ 1996 , ໂດຍທ່ານ ນາງ ບຸບຜາ ເອກະພັນ ເປັນປະທານ ແລະ ທ່ານ ສຸທັດ ເອກະພັນ ເປັນຜູ້ອຳນວຍການ , ບໍລິສັດ ແມ່ນກ່ຽວກັບການກວດແທກສາຍຕາແບບຄົບວົງຈອນເຊັ່ນ: ບໍລິການວັດແທກສາຍຕາ , ເລນສາຍຕາ , ຂອບແວ່ນຕາ , ຄອນແທັກເລນ ແລະ ອຸປະກອນແທກສາຍຕາດ້ວຍເຄື່ອງມື digital ທິ່ທັນສະໄໝ
ໃນປັດຈຸປັດຮ້ານເເວ່ນຕາໃຕຟ້າ ມີທັງຫມົດ 8 ສາຂາຄື:
- ສາຂາ 1: ສຳນັກງານໃຫຍ່ ເປີດໃຫ້ບໍລິການໃນວັນທີ່ 26/12/1996 ຢູ່ຖະໜົນຫນອງບອນ, ບ້ານຫນອງຈັນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ
- ສາຂາ 2: ສາມເເສນໄທ ເປີດໃຫ້ບໍລິການໃນປີ 2002 ຖະໜົນສາມແສນໄທ, ບ້ານອານຸ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ
- ສາຂາ 3: ຢູ່ຫຼວງພະບາງ ເປີດໃຫ້ບໍລິການໃນວັນທີ 15/02/2005 ທີ່ບ້ານວິຊຸນ ແຖວສີ່ແຍກຄອກງົວ
- ສາຂາ 4: ຢູ່ຕະຫລາດເຊົ້າຊ໋ອບປິ້ງມໍ2 ເປີດໃຫ້ບໍລິການໃນວັນທີ 23/04/2013
- ສາຂາ 5: ຢູ່ວຽງຈັນເຊັນເຕີ ເປີດໃຫ້ບໍລິການໃນວັນທີ05/05/2015 ທີ່ຫ້າງວຽງຈັນເຊັນເຕີ້ ຊັ້ນ1
- ສາຂາ 6: ຢູ່ສູນການຄ້າໄອເຕັກມໍ ເປີດໃຫ້ບໍລິການໃນວັນທີ 28/11/2015 ທີ່ໄອເຕັກມໍ ຊັ້ນ2
- ສາຂາ 7: ຢູ່ວິວມໍ ເປີດໃຫ້ບໍລິການໃນວັນທີ 12/11/2016 ທີ່ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ
- ສາຂາ 8: ຢູ່ປາກເຊ ຕະຫລາດດາວເຮືອງ ແລະ ໃນທ້າຍປີ 2019 ທາງຮ້ານແວ່ນຕາໃຕ້ຟ້າມີແຜນຈະຂະຫຍາຍສາຂາໃຫ້ກວ້າງ ອອກໄປເພື່ອຕອບສະໜອງ ແລະ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າ. ເພາະວ່າໃນອາດີດກຸ່ມລູກຄ້າແມ່ນຜູ້ທີ່ມີປັນຫາທາງດ້ານສາຍຕາເຊັ່ນ: ສາຍຕາສັ້ນ, ສາຍຕາຍາວ, ສາຍຕາອ່ຽງ ແລະ ສາຍຕາແບບຜູ້ສູງອາຍຸ.
ແຕ່ໃນປະຈຸບັນກຸ່ມເປົ້າຫມາຍຂອງຮ້ານແວ່ນຕາໃຕ້ຟ້າຄືຄົນທຸກເພດທຸກໄວເດັກນ້ອຍຈົນໄປເຖິງຜູ້ສູງອາຍຸທັ່ງຜູ້ທີ່ມີບັນຫາສາຍຕາ ແລະ ຜູ້ທີ່ບໍ່ມີບັນຫາແຕ່ຕ້ອງການໃສ່ເພື່ອປ້ອງກັນກັນລົມກັນຝຸ່ນກັນແສງແດດ ແລະ ແສງຍູວິ ຫຼື ແສງສີຟ້າທີ່ເປັນອັນຕະລາຍຕໍ່ຕາເຊິ່ງເຮັດໃຫ້ມີຄວາມສ່ຽງໃນການເກີດຕໍ້ຕາຕ່າງໆເຊັ່ນ: ຕໍ້ລົມ, ຕໍ້ເນື້ອ, ຕໍ້ກະຈົກ ແລະ ຈໍປະສາດຕາເຊື່ອມນອກຈາກນີ້ພວກເຮົາຍັງມີອອກຫນ່ວຍບໍລິການເຖິງທີ່ ທັງພາກລັດ ແລະ ເອກະຊົນບໍ່ວ່າຈະເປັນ ໂຮງຈັກ,ໂຮງງານ ໂຮງຮຽນ ແລະ ພາກສ່ວນບໍລິສັດຕ່າງໆ
ການບໍລິການ ເເລະ ມາດຕະຖານຂອງຮ້ານເເວ່ນຕາໃຕ້ຟ້າໃຫ້ຄຳປຶກສາ ແລະ ກວດເເທກສາຍຕາ (ຟຣີ) ໂດຍຜູ້ຊ່ຽວຊານ ແລະ ເຄື່ອງມືດິຈິຕອນທີ່ທັນສະໄຫມ ແລະ ຮ້ານແວວ່ນຕາໃຕ້ຟ້າຍັງເປັນຕົວແທນຈຳໜ່າຍ ແວ່ນຕາຂອງເເທ້ເເບຣນເນມຫຼາຍຍີ່ຫໍ້ ແລະ ນຳເຂົ້າຈາກຕ່າງປະເທດບໍ່ວ່າຈະເປັນ France, Germany, Italy, Swiss, USA, Japan, Hong kong, Singapore, Malaysia, Indonesia ແລະ Thailand. ນອກຈາກນີ້ ພວກເຮົາຍັງຈຳໜ່າຍ ເລນຍີ່ຫໍ້ດັງລະດັບໂລກ ເຊັ່ນ: Essilor, Hoya, Zeiss, Rodenstock ແລະ Nikon ທີ່ເປັນເລນແວ່ນຕາທີດີ ເເລະ ມີຄຸນນະພາບສູງ, ມີການຮັບປະກັນຫຼັງການຂາຍ ຂອບ ແລະ ເລນ 1 ປີ ແລະ ພ້ອມກັບບໍລິການສ້ອມເເປງເເວ່ນຕາ ເເລະ ບໍລິການຫຼັງການຂາຍຕະຫຼອດອາຍຸການນຳໃຊ້ງານ
ອ້າງອີງ: https://iteccmall.com/taifaoptical/



Business Information (Head office)
- สัญชาติธุรกิจ:
- ข้อมูลทั่วไป:
- เจ้าของลิขสิทธิ์:
Contact Information
- Manager:
- Tel: 021 253 000
- Derivery:
- Facebook: https://www.facebook.com/TaifaOpticalCenter/
- Website:
- Email: