ປະຫວັດ ແລະຂໍ້ມູນກ່ຽວກັບການໃຫ້ບໍລິການຂອງ ທພລ ໂດຍຫຍໍ້: ໃນເມື່ອກ່ອນ ບັນດາທະນາຄານທຸລະກິດຂອງລັດມີສໍານັກງານໃຫຍ່ຕັ້ງຢູ່ບາງແຂວງໃນເຂດທ້ອງຖິ່ນຕັ້ງກະແຈກ ກະຈາຍຊໍ້າຊ້ອນກັນຢູ່ຕາມພູມິພາກຕ່າງໆ, ເຮັດໃຫ້ຕົ້ນທຶນໃນການດໍາເນີນງານສູງເປັນເຫດໃຫ້ຖານະການເງິນບໍ່ເຂັ້ມແຂງ ຄວາມສາມາດໃນການແຂ່ງຂັນຕໍ່າ ແລະ ບໍ່ສາມາດເປີດກວ້າງອອກສູ່ສາກົນໄດ້. ດັ່ງນັ້ນ ທະນາຄານແຫ່ງ ສປປ ລາວຈື່ງໄດ້ຮວມເອົາ 02 ທະນາຄານຄື: ທະນາຄານລາວໃຫມ່ ຈໍາກັດ ແລະ ທະນາ ຄານລ້ານຊ້າງ ຈໍາກັດ ມາເປັນ ທະນາຄານພັດທະນາລາວ. 

ທະນາຄານພັດທະນາລາວ ເປັນທະນາຄານທຸລະກິດລັດ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ໂດຍແມ່ນ ກະຊວງການເງິນ ຖືຮຸ້ນ 100 ເປີເຊັນ, ໄດ້ເປີດໂຕຢ່າງເປັນທາງການໃນວັນທີ 09 ເມສາ ປີ 2003 ທີ່ສຳນັກງານໃຫຍ່ຕັ້ງ ຢູ່ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໃນເວລາຕໍ່ມາ.ໄດ້ຍ້າຍສຳນັກງານໃຫຍ່ມາຢູ່ ອາຄານເລກທີ 013, ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ແລະ ປ່ຽນໂລໂກ້ໃໝ່ ໃນປີ 2012 ເພື່ອໃຫ້ແທດເໝາະກັບຍຸກສະໄໝ. ທພລ ໄດ້ມີການພົວພັນຢ່າງກວ້າງຂວາງກັບບັນດາ ຄູ່ຮ່ວມທຸລະກິດ ບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດເຊິ່ງໜ້າທີ່ຫຼັກ ແມ່ນເພື່ອແນໃສ່ການສົ່ງເສີມພື້ນຖານເສດຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງ,ສ້າງວຽກເຮັດງານທຳໃຫ້ປະຊາຊົນ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ. ດັ່ງນັ້ນ ໃນຕະຫຼອດໄລຍະທີ່ຜ່ານມາ ທະນາຄານພັດທະນາລາວຈຶ່ງໄດ້ມີການເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະດ້ານ ບໍ່ວ່າຈະເປັນດ້ານບຸກຄະລາກອນ ເພື່ອຮອງຮັບການເຕີບໂຕຂອງທຸລະກີດ, ການເພີ່ມຂື້ນຂອງລູກຄ້າ ແລະ ທຸລະກິດຕ່າງໆ. ທພລ ໄດ້ໃຫ້ຄວາມສຳຄັນ ກັບການພັດທະນາລະບົບໃຫ້ມີຄວາມທັນສະໄໝ, ໂດຍການປ່ຽນ Core Banking ຈາກ Bank 2000 ມາເປັນ Core Banking ໃໝ່ທີ່ທັນສະໄໝ ແລະໄດ້ມາດຕະຖານສາກົນ. ເພື່ອຮອງຮັບການເຕີບໂຕຂອງທຸລະກິດ, ການເພີ່ມຂຶ້ນຂອງລູກຄ້າ ແລະ ທຸລະກໍາຕ່າງໆ, ທພລ ໄດ້ໃຫ້ຄວາມສໍາຄັນກັບການພັດທະນາລະບົບໃຫ້ມີຄວາມທັນສະໄໝ ໂດຍການປ່ຽນ Core Banking ຈາກ Bank 2000 ມາເປັນ Core Banking ໃໝ່ທີ່ທັນສະໄໝ ແລະ ໄດ້ມາດຕະຖານສາກົນ.

ໄປຄຽງຄູ່ກັບການບໍລິການທາງດ້ານເງິນຝາກ, ສິນເຊື່ອ, ເງິນໂອນ, ໜັງສືຄ້ຳປະກັນ, ບໍລິການຊຳລະສະສາງ ລະຫວ່າງປະເທດ , ທະນາຄານພັດທະນາລາວ ກໍ່ເປັນທະນາຄານແຫ່ງທຳອິດທີ່ນຳໃຊ້ລະບົບ Mobile Banking ໃນຮູບແບບ M-Commerce, ພ້ອມດຽວກັນນັ້ນກໍ່ໄດ້ມີການພັດທະນາຜະລິດຕະພັນຕ່າງໆອອກສູ່ສັງຄົມເຊັ່ນ: ເຄື່ອງຮູດບັດ EDC, Online Statement, ຊຳລະອາກອນດ້ວຍລະບົບEasy Taxການແຈ້ງພາສີປະຕູດຽວ (LNSW) ມີລະບົບການສັ່ງຈ່າຍງົບປະມານ Smart Cash, ບໍລິການບັດ ATM ໃນຮູບແບບບັດ Union Pay, ບັດ ATM ເປັນບັດດຽວກັບບັດນັກສຶກສາ, LDB Trust ທີ່ເປັນບໍລິການຜ່ານໂທລະສັບມືຖື ແລະ LDB Pay ທີ່ເປັນບໍລິການຊຳລະສະສາງດ້ວຍການນຳໃຊ້ລະບົບ QR Coad ແລະຜະລິດຕະພັນອື່ນໆ ປະຈຸບັນ ທະນາຄານພັດທະນາລາວໄດ້ມີຕູ້ ATM ຈຳນວນຫຼວງຫຼາຍໃນຂອບເຂດທົ່ວປະເທດເຮັດໃຫ້ສາມາດສະໜອງການບໍລິການໃຫ້ແກ່ລູກຄ້າຂອງ ທພລ ໄດ້ຢ່າງທົ່ວເຖິງ.

ມາຮອດປະຈຸບັນ, ນອກຈາກຈະມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງວຽງຈັນແລ້ວ ທະນາຄານພັດທະນາລາວ ຍັງມີສາຂາແຈກຢາຍຢູ່ທົ່ວປະເທດ, ເຊິ່ງທັງໝົດມີ 18 ສາຂາ, 78 ຫົວໜ່ວຍແລກປ່ຽນ. ນອກຈາກນັ້ນ, ທະນາຄານພັດທະນາລາວ ຍັງໄດ້ມີການຮ່ວມມືກັບຕ່າງປະເທດເພື່ອສ້າງຕັ້ງ ບໍລິສັດໃນເຄືອຂື້ນ 02 ບໍລິສັດຄື: ບໍລິສັດລ້ານຊ້າງ ປະກັນໄພ ມະຫາຊົນ ແລະ ຫຼັກຊັບ ລ້ານຊ້າງ ມະຫາຊົນ. 

ທະນາຄານພັດທະນາລາວ ເປັນທະນາຄານທໍາອິດໃນ ສປປ ລາວ ທີ່ໄດ້ຍົກລະດັບການໃຫ້ບໍລິການບັດ ATM ພາຍໃນມາເປັນບັດສາກົນ Debit, Credit Union Pay ແບບຝັງ Chip, ທີ່ໄດ້ມາດຕະຖານສາກົນ EMV, ມີ ຄວາມ ປອດໄພສູງ, ສາມາດປ້ອງກັນການປອມແປງໄດ້. ບັດດັ່ງກ່າວສາມາດໃຊ້ດໍາເນີນທຸລະກໍາທາງດ້ານການເງິນຕ່າງໆຄືກັບບັດ ATM ປົກກະຕິ ແລະ ສາມາດນໍາໃຊ້ຊໍາລະຄ່າສິນຄ້າ – ຄ່າບໍລິການໃນຫລາຍກວ່າ 160 ປະເທດ, ໂດຍມີຕູ້ ATM ທີ່ຮອງ ຮັບບັດດັ່ງກ່າວຫລາຍກວ່າ 2 ລ້ານຕູ້ ແລະ ມີຮ້ານຄ້າ (Merchant) ຮອງຮັບບັດດັ່ງກ່າວ ຫລາຍກວ່າ 41 ລ້ານຈຸດ ໝັ້ນໃຈ ໃຊ້ໄດ້ທົ່ວໂລກ.

  • ປະຈຸບັນ ທະນາຄານພັດທະນາລາວ ໃຫ້ບໍລິການຊໍາລະອາກອນທີ່ສະດວກສະບາຍ ແລະ ວ່ອງໄວ ຜ່ານ ລະບົບ Easy Tax, ພຽງແຕ່ທ່ານມີລະຫັດເສຍອາກອນອອນລາຍ ຫລື ໃບແຈ້ງເສຍອາກອນຢູ່ໃນມື, ທ່ານກໍ່ສາມາດຊໍາລະອາ ກອນຜ່ານ ທພລ ດ້ວຍຫລາຍຊ່ອງທາງເຊັ່ນ:
  1. ປ່ອງບໍລິການຂອງ ທພລ ທົ່ວປະເທດ
  2. ຕุ้ເອທີເອັມຂອງ ທພລ ທຸກຈຸດ
  3. ຊໍາລະຜ່ານ LDB Trust ຂອງ ທພລ ແລະ ຊໍາລະຜ່ານລະບົບ Internet Banking ຂອງ ທພລ

ທພລ ຮັບປະກັນວ່າ ການຊໍາລະອາກອນ ສະດວກ ວ່ອງໄວ ໝັ້ນໃຈ ດ້ວຍ Easy Tax

ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ, ທພລ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສະໜັບສະໜູນສິນເຊື່ອໃຫ້ແກ່ບັນດາອົງການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ໃຫ້ບໍລິການສິນເຊື່ອເພື່ອສົ່ງເສີມບັນດາ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ແນໃສ່ເພື່ອຊຸກຍູ້ສົ່ງເສີມ, ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການທີ່ຕ້ອງການ ຂະຫຍາຍທຸລະກິດ, ພ້ອມທັງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ.

 

Business Information (Head office)
  • สัญชาติธุรกิจ: 
  • ข้อมูลทั่วไป: 
  • เจ้าของลิขสิทธิ์:
Contact Information