ທະນາຄານຮ່ວມພັດທະນາ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ພັກ ແລະ ລັດຖະບານ ໄດ້ປະຕິບັດນະໂຍບາຍປ່ຽນແປງໃໝ່ຢ່າງຮອບດ້ານ ໂດຍມີຫຼັກການເສີມຂະຫຍາຍ ນະໂຍບາຍເປີດກ້ວາງການຮ່ວມມືກັບຕ່າງປະເທດ ເພື່ອພັດທະນາ ເສດຖະກິດສັງຄົມຂອງຊາດ , ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ດີຂື້ນເທື່ອລະກ້າວ ເຊິ່ງແມ່ນຄວາມມຸ່ງມາດປາຖະໜາ ຂອງ ພັກ ແລະ ລັດຖະບານລາວ. 

ວຽກງານທະນາຄານກໍ່ແມ່ນ ວຽກງານໜຶ່ງທີ່ສຳຄັນ ໃນການພັດທະນາ ເສດຖະກິດຂອງສັງຄົມຂອງຊາດ , ທະນານຄານຮ່ວມພັດທະນາ ໄດ້ຮັບການສ້າງຕັ້ງຂື້ນ ຕາມຂໍ້ຕົກລົງ ຂອງປະທານສະພາ ລັດຖະມົນຕີ ເລກທີ່ 04/ປສລ ລົງວັນທີ 21 ມັງກອນ 1989 , ໂດຍ ທ່ານ ໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແລະ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.  

ທະນາຄານຮ່ວມພັດທະນາ ໄດ້ເປີດໃຫ້ບໍລິການ ໃນວັນທີ 3 ຕຸລາ 1989 ໂດຍທະນາຄານແຫ່ງລັດ ຮ່ວມທຶນກັບຜູ້ລົງທຶນຊາວໄທ ເຊິ່ງແມ່ນບໍລິສັດ ພົງສຸວັນໄຊໂລ ແລະ ອົບພຶດ ໂດຍຜູ້ລົງທຶນ ເອກກະຊົນຊາວໄທ ຖືຮຸ້ນ 70% ແລະຝ່າຍລາວ ໂດຍແມ່ນ ທະນາຄານແຫ່ງ ສປປ ລາວ ຖືຮຸ້ນ 30% 

ສະຖານທີ່ຕັ້ງ ທະນາຄານແມ່ນຕັ້ງຢູ່ອາຄານ ເລກທີ່ 82 ຖະໜົນລ້ານຊ້າງ ບ້ານ ຫັດສະດີ , ເມືອງ ຈັນທະບູລີ , ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານສະພາບໍລິຫານ ແຕ່ລະໄລຍະດັ່ງນີ້: 

  1. ທ່ານ ນາງ ສີວະລີ ສີສານ ແຕ່ປີ 1990 – 1995
  2. ທ່ານ ຜ້ຽນ ພິລາກອນ ແຕ່ປີ 1996 – 1999
  3. ທ່ານ ຄຳສຸກ ສູນດາລາ ແຕ່ປີ 2000 – 2006
  4. ທ່ານ ສົມພາວ ໄຟສິດ ແຕ່ປີ 2007 – 2009
  • ໃນວັນທີ 15 ມິຖຸນາ 2010 ທະນາຄານແຫ່ງ ສປປ ລາວ ໄດ້ໂອນຮຸ້ນຂອງຕົນທັງໝົດ ໃຫ້ແກ່ນັກລົງທຶນຝ່າຍໄທ ໂດຍແມ່ນ ທ່ານ ສາໂລດ ສິງສົມບູນ ເປັນປະທານ ແລະ ທະນາຄານຮ່ວມພັດທະນາ ກໍ່ໄດ້ກາຍເປັນ ທະນາຄານທີ່ລົງທຶນໂດຍ ຕ່າງປະເທດ 100% ໃນໄລຍະນັ້ນ ແມ່ນມີພຽງ 4 ໜ່ວຍບໍລິການ ໃນທົ່ວປະເທດ ຄື : ໜ່ວຍບໍລິການ ວັດໄຕ , ທາດຫຼວງ , ວັງວຽງ , ແລະ ຫຼວງພະບາງ
  • ມາເຖິງທີ 18 ຕຸລາ 2012 ຜູ້ຖືຮຸ້ນໄທ ໄດ້ຂາຍຮຸ້ນຂອງຕົນທັງໝົດ ໃຫ້ແກ່ບໍລິສັດ ສີເມືອງກຣຸບ ແລະ ທະນາຄານຮ່ວມພັດທະນາກໍ່ໄດ້ກາຍເປັນທະນາຄານເອກະຊົນລາວ 100% ໂດຍ ” ທ່ານ ເອກະພັນ ພະພິທັກ ” ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ໄດ້ນຳທີມຄະນະບໍລິຫານຊຸດໃໝ່ ແລະ ຄະນະທີ່ປຶກສາ ເຂົ້າມາບໍລິຫານທະນາຄານທີມບໍລິຫານຊຸດໃໝ່ຂອງ ທະນາຄານຮ່ວມພັດທະນາເຕັມໄປດ້ວຍຄຸນວຸດທິ ລະດັຍປະລີນຍາໂທ ແລະ ປະລິນຍາເອກ ທີ່ມີປະສົບການໃນວຽກງານວິຊາສະເພາະຫຼາຍກວ່າ 20 ປີ
  • ຫຼັງຈາກທີມບໍລິຫານຊຸດໃໝ່ ໄດ້ມາບໍລິຫານ ໄດ້ປ່ຽນຊື່ໃຫ້ທະນາຄານຮ່ວມພັດທະນາ ໃຫ້ເປັນສາກົນເພື່ອກ້າວເຂົ້າປະຊາຄົມອາຊ່ຽນຄື : ” JDB ” ທີ່ຫຍໍ້ມາຈາກ : Joint Development Bank ໃຫ້ເປັນທະນາຄານ ບໍລິການທີ່ດີເລີດ ບໍລິການລູກຄ້າທຸກລະດັບ ທຸກຊັ້ນຄົນ ດ້ວຍຄວາມສະດວກສະບາຍ ສ້າງຄວາມປະທັບໃຈ ແລະ ຄວາມເຊື່ອໝັ້ນ ເປັນທີ່ຍອມຮັບຂອງສັງຄົມ , ເຮັດໃຫ້ JDB ເປັນທະນາຄານ ທີ່ບໍລິການດ້ວຍ ເທັກໂນໂລຍີ ທີ່ທັນສະໄໝ ມີຄວາມສະດວກວ່ອງໄວ ໄດ້ມາດຕະຖານສາກົນ ທີ່ຍອມຮັບຂອງສະຖາບັນ ການເງິນໃນອາຊຽນ ແລະ ສາກົນ , ທະນາຄານ ຮ່ວມພັດທະນາ ໄດ້ເພີ່ມທຶນ ຈົດທະບຽນຈາກ 84 ຕື້ກີບ ໃນປີ 2012 ມາເປັນ 404 ຕື້ກີບ ແລະໄດ້ຂະຫຍາຍລະບົບຕາໜ່າງການບໍລິການຢ່າງວ່ອງໄວ ໃນຂອບເຂດທົ່ວປະເທດ
  • ຄະນະອຳນວຍການ (ຊີ້ນຳເບື້ອງໜ້າ):
  1. ທ່ານ ວິໄລ ສີພະພອນ (ຜູ້ອຳນວຍການໃຫຍ່)
  2. ທ່ານ ສາຄອນ ຍໍພັນໄຊ (ຮອງຜູ້ອຳນວນຍການໃຫ່ຍ)
  3. ທ່ານ ຄຳສິງ ສອນສິນນະວົງ (ຮອງຜູ້ອຳນວຍການໃຫ່ຍ)
  4. ທ່ານ ຄຳຊູ ຢ່າງ (ຮອງຜູ້ອຳນວຍການໃຫ່ຍ)
  5. ທ່ານ ນາງ ພອນສະໄໝ ສຸກຂະພົນ (ຮອງຜູ້ອຳນວຍການໃຫຍ່)
  6. ທ່ານ ຈັນຊະນະ ສິງຫາວົງ (ຮອງຜູ້ອຳນວຍການໃຫຍ່)
  • ຄະນະຊີ້ນຳ (ເບື້ອງຫຼັງ):
  1. ທ່ານ ສູນທອນ ຈັນທະວົງ (ຫົວໜ້າຄະນະ)
  2. ທ່ານ ຄຳຮູ້ ທອງທະວີ (ຮອງຄະນະ)
  3. ທ່ານ ປອ. ບົວວອນ ຈັນທະນີເລີດ (ສະມາຊິກ)
  4. ທ່ານ ຖາວອນ ອ້ວນມາລາ (ສະມາຊິກ) 
  • ຄະນະທີ່ປຶກສາ ທະນາຄານຮ່ວມພັດທະນາ: ດຣ. ວິວັດ ກິດຕິພົງໂກສິນ (ປະທານທີ່ປຶກສາດ້ານເສດຖະກິດ)

” ທຸກຜົນສຳເລັດ ແມ່ນມາຈາກການເອົາໃຈໃສ່ ທຸກລາຍລະອຽດດ້ວຍຄວາມຮັບຜິດຊອບສູງ, ເປັນມືອາຊີບຂອງທີມງານຈະພາໃຫ້ອົງກອນປະສົບຜົນສຳເລັດ ແລະ ຕາມເປົ້າໝາຍ ເພື່ອໃຫ້ເປັນທະນາຄານທີ່ທັນສະໄໝ ແລະ ໃຫ້ບໍລິການທີ່ດີເລີດ ແກ່ສັງຄົມຕະຫຼອດໄປ “

ອ້າງອິງ: JDB

Business Information (Head office)
  • สัญชาติธุรกิจ: 
  • ข้อมูลทั่วไป:
  • เจ้าของลิขสิทธิ์: 
Contact Information
  • Manager: 
  • Tel: 021 213 531
  • Derivery:
  • Facebook: JDB Bank
  • Website: 
  • Email: