ສູນສຶກສາ ໄອແຄນດູ ແມ່ນສູນພັດທະນາເດັກນອກໂຮງຮຽນ ຫຼືນອກໂມງຮຽນ ຮັບເດັກນ້ອຍແຕ່ອາຍຸ 3 – 12 ປີ ຄວາມເກັ່ງ ຄວາມສະຫຼາດ ຂອງເດັກຂື້ນກັບການຝຶກຝົນ ແລະປູກຝັງຢ່າງຖືກວິທີ ແຕ່ອາຍຸຍັງນ້ອຍ ໄອຄິວ ແລະ ອີຄິວຄືຕົວຊີ້ວັດທີ່ສຳຄັນທີ່ສຸດ ຂອງການເຕີບໃຫຍ່ຂອງເດັກນ້ອຍຢ່າງມີຄຸນນະພາບ ໃຫ້ໂອກາດລູກຫຼານຂອງທ່ານໄດ້ພັດທະນາ ແລະເກັ່ງໃນຫຼາຍດ້ານ ພັດທະນາ IQ ຜ່ານຕົວເລກຂອງຄະນິດສາດ ແລະພັດທະນາ EQ ຜ່ານວຽກງານສິລະປະ , ເຮັດສິ່ງປະດິດ , ດິນນ້ຳມັນປັ້ນ ເພື່ອດຶງເອົາສັກກະຍາພາບ ແລະຈິນຕະນາການຂອງເດັກອອກມາ

 ” ການລົງທຶນທີ່ດີທີ່ສຸດ ຄືການລົງທຶນໃສ່ກັບລູກຫຼານທ່ານ “

ຄວາມຕັ້ງໃຈ ແລະຄວາມມຸ່ງໝັ້ນໃນການສ້າງສູນສຶກສາ I can do ຖືກສ້າງຕັ້ງຈາກຄວາມຕັ້ງໃຈຈິງຂອງຜູ້ກໍ່ຕັ້ງ ແລະທີມຄູທຸກຄົນທີ່ຕ້ອງການເປັນສູນສຶກສາໜຶ່ງ ທີ່ປະກອບສ່ວນເຂົ້າໃນການກຽມຄວາມພ້ອມ ທັກສະຕ່າງໆທີ່ຈຳເປັນສຳລັບເດັກນ້ອຍ ໃນການໃຊ້ຊີວິດໃນຍຸກຕໍ່ໄປ ໂດຍສະເພາະແມ່ນ ທັກສະໃນການໃຊ້ຊີວິດ Life skills ຄຽງຄູ່ໄປກັບ ຫຼັກສູດ ແລະທັກສະທີ່ຮຽນພາຍໃນໂຮງຮຽນ

ຈາກຜູ້ບໍລິຫານ ເຖິງຜູ້ປົກຄອງ: ປະຈຸບັນເປັນຍຸກທີ່ມີການປ່ຽນແປງທີ່ໄວຫຼາຍ ເຊີ່ງທັກສະທີ່ຮຽນພາຍໃນໂຮງຮຽນພຽງຢ່າງດຽວອາດຈະບໍ່ພຽງພໍສຳລັບເດັກນ້ອຍ ໃນການໃຊ້ຊີວິດ ໃນຍຸກຕໍ່ໄປພວກເຮົາໃນຖານະເປັນພໍ່ແມ່ ຈະກຽມຄວາມພ້ອມໃຫ້ລູກໄດ້ແນວໃດ ເປັນສິ່ງທີ່ຄວນໃສ່ໃຈ ແລະວາງແຜນໄວ້ໃຫ້ດີ

 ” ທ່ານ ວິໄລສັກ ສຸລິຈັນ ” ປະທານຜູ້ກໍ່ຕັ້ງ ສູນການສຶກສາ ໄອແຄນດູ (ຜູ້ບໍລິຫານ) ເປັນຮອງປະທານສະມາຄົມ ອັນຍະມະນີ ແລະ ເຄື່ອງປະດັບ , ຮອງ ປະທານສະມາຄົມ Lao SME , ປະທານສະມາຊິກ Yen_D1 , ສະມາຊິກສະພາການຄ້າ , ສະມາຊິກສະມາຄົມນັກທຸລະກິດໝຸ່ມ ສປປ ລາວ , LT ສະມາຊິກກຸ່ມນັກທຸລະກິດ New CEO clup , ໄດ້ຮັບລາງວັນ Good design award 2018 ແລະ ໄດ້ຮັບລາງວັນນັກທຸລະກິດໝຸ່ມດີເດັ່ນ

Business Information (Head office)
  • สัญชาติธุรกิจ:
  • ข้อมูลทั่วไป:
  • เจ้าของลิขสิทธิ์:
Contact Information
  • Manager: 
  • Tel: 030 9563 262
  • Derivery: 
  • Facebook: https://www.facebook.com/I-Can-Do-Academy
  • Website:
  • Email: icandoacdemy@gmail.com