ທະນາຄານລາວ – ຝຣັ່ງຈຳກັດ ແມ່ນທະນາຄານຮ່ວມທຶນລະຫວ່າງ ທະນາຄານ ທຄຕລ (ທະນາຄານການຄ້າຕ່າງປະເທດລາວ) ເຊິ່ງເປັນທະນາຄານທີ່ໃຫຍ່ທີ່ສຸດໃນລາວ ກັບທະນາຄານ BRED Banque Populaire ເຊິ່ງເປັນທະນາຄານທີ່ໃຫຍ່ເປັນອັນດັບ 2 ຂອງປະເທດຝຣັ່ງເຊິ່ງໄດ້ສ້າງຕັ້ງຂຶ້ນໃນປີ 2008. ການຮ່ວມມືຄັ້ງນີ້ແມ່ນການໄດ້ມາຂອງສາຍພົວພັນ ແລະ ຄວາມຊຳນານ ໃນອຸດສາຫະກຳ ທະນາຄານໃນປະເທດ ແລະ ທະນາຄານຂອງພວກເຮົາກໍ່ໄດ້ຮັບລາງວັນທະນາຄານດີເດັ່ນສຳລັບ SME ໃນປະເທດລາວເປັນປີທີ່ ສອງຕິດຕໍ່ກັນ. 

ທະນາຄານລາວ – ຝຣັ່ງຈຳກັດ ໃຫ້ບໍລິການ ດ້ານການທະນາຄານແກ່ລຸກຄ້າຂອງຕົນໃນລະດັບສູງ ພ້ອມກັບຜະລິດຕະພັນ ທີ່ສອດຄ່ອງກັບລັກສະນະສາກົນ ແລະ ຄ່ານິຍົມ. ທະນາຄານໄດ້ ສະໜອງຢ່າງເຕັມຮູບແບບ ໃນການໃຫ້ບໍລິການລາຍຍ່ອຍສຳລັບກຸ່ມບໍລິສັດ, ບໍລິສັດຂະຫນາດນ້ອຍ ແລະ ຂະຫນາດກາງ, ບຸກຄົນ ແລະ ໄດ້ມີການປັບປຸງໃຫ້ເໝາະສົມກັບຄວາມຕ້ອງການຂອງລຸກຄ້າ.

ປະຈຸບັນພວກເຮົາໄດ້ຂະຫຍາຍການບໍລິການເຖິງ 21 ໜ່ວຍບໍລິການ ແລະ ທະນາຄານຂອງພວກເຮົາຍັງມີເຄືອຂ່າຍຕູ້ ATM ຫຼາຍກວ່າ 50 ໜ່ວຍໃນຂອບເຂດທົ່ວປະເທດ.

ອ້າງອີງ: https://iteccmall.com/bflbank/

Business Information (Head office)
  • สัญชาติธุรกิจ: 
  • ข้อมูลทั่วไป: 
  • เจ้าของลิขสิทธิ์:
Contact Information
  • Manager: 
  • Tel: 021 285 444
  • Derivery:
  • Facebook: BFL Bred Group
  • Website: 
  • Email: