ເບຍລາວ (Beerlao) ແມ່ນຜະລິດຕະພັນຂອງບໍລິສັດເບຍລາວ, ຕົ້ນຕໍແມ່ນຈຳໜ່າຍພາຍໃນປະເທດລາວ, ແຕ່ຈຳນວນໜຶ່ງແມ່ນສົ່ງອອກຂາຍຕ່າງປະເທດ. ບໍລິສັດເບຍລາວຈຳກັດ ສ້າງຕັ້ງຂຶ້ນໃນປີ 1973 ໂດຍການຮ່ວມທຶນລະຫວ່າງນັກທຸລະກິດຊາວຝຣັ່ງເສດ ແລະ ຄົນລາວໂດຍໃສ່ຊື່ວ່າ: ໂຮງງານເຫຼົ້າເບຍ ແລະ ນ້ຳກ້ອນລາວ ສາມາດຜະລິດເບຍໄດ້ 3ລ້ານລິດຕໍ່ປີ ພາຍຫຼັງປົດປ່ອຍຢ່າງສົມບູນໃນປີ 1975 ໂຮງງານດັ່ງກ່າວໄດ້ເປັນກຳມະສິດຂອງລັດຖະບານ. ສຳນັກງານໃຫຍ່ຂອງ ບໍລິສັດເບຍລາວຈຳກັດ ຕັ້ງຢູ່ຖະໜົນທ່າເດື່ອ, ບ້ານສາລາຄຳ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ປີ 1993 ບໍລິສັດ ເບຍລາວ ຈຳກັດ ໄດ້ເລີາມຮ່ວມທຶນກັບບໍລິສັດຕ່າງໆຈາກຕ່າງປະເທດ, ສາມາດຜະລິດເບຍໄດ້ 20 ລ້ານລິດຕໍ່ປີ, ປີ 1997 ບໍລິສັດ ເບຍລາວ ຈຳກັດ ໄດ້ເລີ່ມມີການສົ່ງອອກປີ 2002, ບໍລິສັດ ເບຍລາວ ຈຳກັດ ໄດ້ເຊັນສັນຍາຮ່ວມທຶນກັບບໍລິສັດ ຄາລສະເບີກ ບຣີເວີລີ ຈາກປະເທດເດັນມາກ ຖືຮຸ້ນ 50% ແລະ ລັດຖະບານລາວຖືຮຸ້ນ 50% ກຳລັງການຜະລິດເບຍ 120 ລ້ານລິດ ຕໍ່ປີ, ປີ 2008 ບໍລິສັດ ເບຍລາວ ຈຳກັດ ໄດ້ສ້າງຕັ້ງໂຮງງານແຫ່ງທີສອງ ທີ່ແຂວງຈຳປາສັກ ສາມາດຜະລິດເບຍໄດ້ 180 ລ້ານລິດ ຕໍ່ປີ, ປີ 2011 ບໍລິສັດ ເບຍລາວ ຈຳກັດ ໄດ້ໂຮມຕົວກັບບໍລິສັດ ນ້ຳຫວານລາວ ຈຳກັດ ແລະ ດຳເນີນທຸລກິດພາຍໃຕ້ຊື່ຂອງ ບໍລິສັດ ເບຍລາວ ຈຳກັດ ໂດຍທີ່ບໍລິສັດ ຄາລສະເບີກ ບຣີເວີລີ ຖືຮຸ້ນ 51% ແລະ ລັດຖະບານລາວຖືຮຸ້ນ 49% ກຳລັງການຜະລິດເບຍ 220 ລ້ານລິດ ຕໍ່ປີ, ປີ 2012 ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂະຫຍາຍກຳລັງການຜະລິດເບຍ: 340ລ້ານລິດ ຕໍ່ປີ, ນ້ຳອັດລົມ: 70ລ້ານລິດ ຕໍ່ປີ ແລະ ນ້ຳດື່ມ 180ລ້ານລິດ ຕໍ່ປີ. อ้างอิง

ເບຍລາວ ເປັນບໍລິສັດທີ່ສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງຊາດເປັນອັນດັບໜຶ່ງ, ເຊີ່ງປີໜຶ່ງລັດຖະບານມີລາຍຮັບທາງກົງຈາກບໍລິສັດເຖິງ 2.000 ຕື້ກວ່າກີບ ແລະ ໄດ້ຈາກທາງອ້ອມໂດຍການມອບເປັນພັນທະຈາກຕົວແທນຈໍາໜ່າຍຮ້ານຄ້າ ແລະ ຮ້ານບໍລິການໃນທົ່ວປະເທດຫຼາຍຮ້ອຍຕື້ກີບ, ເປັນບໍລິສັດນໍາໜ້າໃນການນໍາໃຊ້ເຕັກໂນໂລຊີທັນຍຸກທັນສະໄໝມາຕະຫຼອດ, ທັງເປັນແບບຢ່າງໃນການຜັນຂະຫຍາຍແນວທາງນະໂຍບາຍການປ່ຽນແປງໃໝ່ທາງດ້ານເສດຖະກິດຂອງພັກ ແລະ ລັດຖະບານ, ມີການຮ່ວມມືກັບບໍລິສັດຊັ້ນນໍາຂອງໂລກ ຄື: ບໍລິສັດຄາສເບີກ ຈາກປະເທດດານມາກທີ່ມີປະສົບການມາຫລາຍກວ່າ 170 ປີ, ທັງມີ ການຮ່ວມມື ແລະ ລົງທຶນຢູ່ຫຼາຍກວ່າ 150 ປະເທດໃນທົ່ວໂລກ. ນອກຈາກນີ້ ບໍລິສັດ ເບຍລາວ ໄດ້ສ້າງວຽກເຮັດງານທໍາໂດຍກົງໃຫ້ແກ່ແຮງງານເກືອບ 3.000 ຄົນ ແລະ ແຮງງານປິ່ນອ້ອມຈາກການປູກເຂົ້າ, ການບໍລິການ ແລະ ອື່ນໆ ຫຼາຍໝື່ນແຮງງານ, ຄຽງຄູ່ກັນນີ້ ມີຄວາມຮັບຜິດ ຊອບສູງຕໍ່ສັງຄົມດ້ວຍການດົນນະລົງໃຫ້ມີຄວາມປອດໄພໃນການຂັບຂີ່, ດື່ມແລ້ວບໍ່ຂັບຂີ່, ມີງົບປະມານລາຍຈ່າຍຫຼາຍຕື້ກີບໃນແຕ່ລະປີເພື່ອອຸປະຖໍາສົ່ງເສີມໃນການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຊຸກຍູ້ອຸປະຖໍາໃນການຮັກສາສະພາບແວດລ້ອມ, ການຮັກສາສຸຂະພາບຂອງປະຊາຊົນ, ວຽກງານກິລາ, ສາທາລະນະສຸກ, ສົ່ງເສີມວຽກ ງານການສຶກສາ, ພ້ອມທັງມີທຶນໃຫ້ນັກສຶກສາທີ່ຮຽນດີມີຄຸນສົມບັດແຕ່ດ້ອຍໂອກາດຢູ່ສະຖາບັນການສຶກສາຕ່າງໆ ຈໍານວນຫລາຍສົມຄວນໃນແຕ່ລະປີ. ຂະນະດຽວກັນ ໄດ້ຮັບເອົານັກສຶກສາຈາກສະຖາບັນການສຶກສາຕ່າງໆ ມາເຝິກງານນໍາ ແລະ ຖືໂອກາດດັ່ງກ່າວຄັດເລືອກເອົານັກສຶກ ສາຜູ້ທີ່ເກັ່ງ ແລະ ມີພອນສະຫວັນເຂົ້າເຮັດວຽກນໍາບໍລິສັດພາຍຫລັງເຂົາເຈົ້າຮຽນຈົບ

ສໍາລັບບໍລິສັດ ເບຍລາວ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1973 ເພື່ອຜະລິດ ແລະ ຈໍາໜ່າຍ ເບຍ, ນໍ້າກ້ອນ ແລະ ນໍ້າອັດລົມ ເຊີ່ງມີກໍາລັງການຜະລິດທັງໝົດ 3 ລ້ານລິດຕໍ່່ປີ ແລະ ປີ 1974 ສາມາດຜະລິດ ແລະ ຈໍາໜ່າຍໄດ້ 1,6 ລ້ານລິດ ເທົ່ານັ້ນ. ມາຮອດ ປີ 2020, ເບຍລາວ ໄດ້ກາຍເປັນບໍລິສັດໃຫຍ່ລະດັບຊາດ ທີ່ມີໂຮງງານຢູ່ 3 ແຫ່ງ ຄື: ຢູ່ນະຄອນຫຼວງວຽງຈັນ 2 ແຫ່ງ ແລະ ແຂວງ ຈໍາປາສັກ 1 ແຫ່ງ. 

ນອກຈາກນີ້ ຍັງມີແຜນຂະຫຍາຍໂຮງງານອີກ 1 ແຫ່ງຢູ່ ແຂວງຫຼວງພະບາງໃນຕໍ່ໜ້າ. ປັດຈຸບັນບໍລິສັດ ມີກໍາລັງການຜະລິດລວມ ເຖິງ 950 ລ້ານລີດຕໍ່ປີ ລື່ນປີ 1973 ເຖິງ 300 ກວ່າເທົ່າ. ໃນນີ້ລວມມີ 3 ຜະລິດຕະພັນຫຼັກ ຄື: ເບຍ, ນໍ້າອັດລົມໃນເຄືອແປັບຊີ ແລະ ນໍ້າດື່ມຫົວເສືອ. ເບຍລາວ ໄດ້ກວມສ່ວນແບ່ງຕະຫຼາດພາຍໃນປະ ເທດຫຼາຍກວ່າ 95% ມາຫຼາຍປີ, ນໍ້າອັດລົມໃນເຄືອແປັບຊີ ກວມຕະຫຼາດ 80%, ນໍ້າດື່ມຫົວເສືອກວມຕະຫຼາດ 70%. ສະເພາະເບຍລາວ ມີການສົ່ງອອກເຖິງ 20 ກວ່າປະເທດເຊັ່ນ: ຈີນ, ສະຫະລັດອາເມລິກາ, ຍິ່ປຸ່ນ, ເອີຣົບ, ໄທ, ຫວຽດນາມ ແລະ ອື່ນໆ. อ้างอิง

ປະທານ ບໍລິສັດເບຍລາວຈຳກັດ ” ທ່ານ ສູນທອນ ພົມມະຈັກ “

Business Information (Head office)
Contact Information