ທະນາຄານການຄ້າຕ່າງປະເທດລາວ ( ທຄຕລ) ແມ່ນໄດ້ຖືກສ້າງຕັ້ງຂື້ນ ໃນຂະນະທີ່ ສປປ ລາວ ໄດ້ປະກາດເອກະລາດ ໃນວັນທີ 02 ທັນວາ 1975 ແລະ ໄດ້ເລີ່ມ ດໍາເນີນທຸລະກິດ ນັບແຕ່ປີ 1975 ເປັນຕົ້ນມາ. ໃນໄລຍະປີ 1975 ຫາ 1976, ທຄຕລ ໄດ້ປະຕິບັດພາລະບົດບາດພິເສດ ຊຶ່ງເປັນສາຂາຂອງທະນາຄານລັດແຫ່ງລັດ ໃນເມື່ອກ່ອນ ຫຼື ທະນາຄານແຫ່ງ ສ ປປ ລາວ ໃນປະຈຸບັນ ແລະ ໄດ້ຖືກມອບໝາຍ ໃຫ້ເປັນທະນາຄານແຫ່ງດຽວໃນ ສປປ ລາວ ທີ່ສາມາດດຳເນີນທຸລະກິດກັບສາກົນ (Inter Banking) ແລະ ກໍ່ຍັງໄດ້ຖືກມອບໝາຍ ໃຫ້ດຳເນີນການຄຸ້ມຄອງ ບັນດາເງິນຊ່ວຍເຫຼືອລ້າ ແລະ ເງິນກູ້ຕ່າງໆ ຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ມອບໃຫ້ແກ່ລັດຖະບານ ສປປ ລາວ.
ນັບຕັ້ງແຕ່ ວັນທີ 01 ເດືອນພະຈິກ 1989 ທະນາຄານການຄ້າຕ່າງປະເທດລາວແມ່ນໄດ້ຖືກປ່ຽນເປັນທະນາຄານທຸລະກິດລັດເຕັມຮູບແບບໂດຍອີງຕາມກົດໝາຍທະນາຄານແຫ່ງ ສປປ ລາວ ແລະ ດຳລັດກ່ຽວກັບການຄຸ້ມຄອງ ທະນາຄານທຸລະກິດ. ໂດຍສະເພາະການຫັນປ່ຽນ ທະນາຄານ ຈາກລັດຄຸ້ມຄອງບໍລິຫານ ໄປສູ່ຮູບແບບທະນາຄານ ທຸລະກິດລັດ ທີ່ມີການໄລ່ລຽງປະສິດທິຜົນກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍ ແລະ ງົບປະມານເງິນເດືອນຂອງພະນັກງານ. ພ້ອມດຽວກັນນັ້ນ ໃນວັນທີ 11 ມັງກອນ 2011 ທຄຕລ ກໍໄດ້ຫັນປ່ຽນຈາກ ທະນາຄານທຸລະກິດລັດ ມາເປັນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ຈົດທະບຽນຢູ່ໃນຕະຫຼາດຫຼັກຊັບລາວ ເປັນທະນາຄານທຳອິດໃນ ສປປ ລາວ, ໃນນັ້ນຜູ້ຖືຫຸ້ນລາຍໃຫຍ່ ແມ່ນກະຊວງການເງິນຖືຮຸ້ນ 70%.ພະນັກງານ ທຄຕລ 5%, ຄູ່ຮ່ວມຍຸດທະສາດ 10% ແລະ ມະຫາຊົນທົ່ວໄປ 15%.
ທຄຕລ ເປັນທະນາຄານມະຫາຊົນດຳເນີນການເຄື່ອນໄຫວວຽກງານພາຍໃຕ້ການຄຸ້ມຄອງຂອງກະຊວງການເງິນ, ທະນາຄານແຫ່ງ ສປປລາວ. ທຄຕລ ພວກເຮົາມີຄວາມມຸ່ງໝັ້ນໃນການສ້າງປະໂຫຍດໃຫ້ແກ່ລູກຄ້າ ແລະ ປະກອບສ່ວນເຂົ້າໃນນະໂຍບາຍເສດຖະກິດຂອງລັດຖະບານໃນການປັບປຸງ, ພັດທະນາ, ສ້າງຄວາມທັນສະໄໝ ແລະ ຂະຫຍາຍການບໍລິການໃຫ້ທັງພາຍໃນ ແລະ ຕ່າງປະເທດ. ປະຈຸບັນການບໍລິການຂອງ ທຄຕລ ແມ່ນປະກອບດ້ວຍ: ການບໍລິການດ້ານເງິນຝາກ, ເງິນກູ້, ອອກໃບຮັບປະກັນຈາກທະນາຄານ, ຊຳລະສະສາງທັງພາຍໃນ ແລະຕ່າງປະເທດ, ແລກປ່ຽນເງິນຕາຕ່າງປະເທດ,ບໍລິການບັດ ເອທີເອັມ, ບໍລິການບັດເຄຼດິດສາກົນ, ການບໍລິການຜ່ານໂທລະສັບມືຖື, ອິນເຕີເນັດ ແລະອື່ນໆ. ປະຈຸບັນ ທຄຕລ ມີ 19 ສາຂາ, 75 ໜ່ວຍບໍລິການ, 15 ຫ້ອງແລກປ່ຽນ ແລະ ມີຫຼາຍ 100 ກວ່າທະນາຄານຕົວແທນໃນໂລກ.
ນອກຈາກນັ້ນ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຍັງໄດ້ຮ່ວມທຶນກັບທະນາຄານລົງທຶນ ແລະ ພັດທະນາຫວຽດນາມສ້າງຕັ້ງທະນາຄານທຸລະກິດລາວ-ຫວຽດ ຂຶ້ນໃນວັນທີ 22 ມິຖຸນາ 1999, ສ້າງຕັ້ງບໍລິສັດຮ່ວມທຸລະກິດປະກັນໄພລາວ – ຫວຽດ ຂຶ້ນໃນປີ 2008 ແລະ ໃນປີ 2010 ໄດ້ຮ່ວມທຶນກັບທະນາຄານ BRED BANK ຂອງຝຣັ່ງສ້າງຕັ້ງທະນາຄານຮ່ວມທຸລະກິດລາວ-ຝຣັ່ງ (BFL) ແລະ ຮ່ວມທຶນກັບບໍລິສັດຫຼັກຊັບ KTZMICO ຂອງປະເທດໄທສ້າງຕັ້ງບໍລິສັດ BCEL-KT (ທຄຕລ-ກຣຸງໄທ) ໃນປີ 2011. ພ້ອມນັ້ນ ໃນ 2014 ປີໄດ້ຮ່ວມທຶນກັບທະນາຄານຟູດຽນສ້າງຕັ້ງທະນາຄານ – ລາວຈີນ. อ้างอิง
- ປະຈຸບັນ, ໂຄງສ້າງການຖືຮຸ້ນຂອງທະນາຄານ: ລັດຖະບານຖືຮຸ້ນ 70%, ຮຸ້ນຂອງນັກລົງທຶນພາຍໃນ 10%, ຄູ່ຮ່ວມຍຸດທະສາດ 10% ແລະ ຜູ້ຖືຮຸ້ນຈາກຕ່າງປະເທດ 10%
- ກິດຈະກຳຫຼັກຂອງທະນາຄານ ແມ່ນເພື່ອຕອບສະໜອງການບໍລິການ ລວມທັງການລະດົມທຶນ ແລະ ຮັບຝາກເງິນໄລຍະສັ້ນ, ກາງ ແລະ ຍາວຈາກອົງກອນ ແລະ ບຸກຄົນ. ເງິນກູ້ໄລຍະສັ້ນ, ກາງ, ຍາວ ໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ບຸກຄົນຕາມຈຸດປະສົງ ແລະຄວາມສາມາດໃນການສະໜອງທຶນຂອງທະນາຄານ, ບໍລິການແລກປ່ຽນເງິນຕາຕ່າງປະເທດ, ການບໍລິການການຄ້າລະຫວ່າງປະເທດ, ບໍລິການໜັງສືສິນເຊື່ອ, ຄ້ຳປະກັນ, ໃຫ້ບໍລິການຊື້ຂາຍວັດຖຸມີຄ່າອື່ນໆ ແລະ ໃຫ້ບໍລິການດ້ານທະນາຄານອື່ນໆ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ
- ທຶນຈົດທະບຽນ: ວັນທີ 31 ທັນວາ 2016 ແມ່ນ 682,888 ລ້ານກີບ
- ສະພາບໍລິຫານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ:
- ທ່ານ ດຣ ບຸນເຫຼືອ ສິນໄຊວໍລະວົງ ຫົວໜ້າກົມນະໂຍບາຍການເງິນ ກະຊວງການເງິນ ເປັນປະທານ
- ທ່ານ ຄຳສຸກ ສູນດາລາ ບຸກຄົນເອກະລາດຈາກພາຍນອກ ເປັນຮອງປະທານ
- ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ເປັນກຳມະການ
- ທ່ານ ພັນຊະນະ ຄຸນນຸວົງ ຮອງຜູ້ອຳນວຍການໃຫ່ຍ ທຄຕລ ເປັນກຳມະການ
- ທ່ານ ນ.ຂັນທະລີ ວົງໄຊຍະລາດ ຮອງຜູ້ອຳນວຍການໃຫ່ຍ ທຄຕລ ເປັນກຳມະການ
- ທ່ານ ວຽງໄຊ ຈັນທະວີສຸກ ຫົວໜ້າພະແນກຄຸ້ມຄອງສາຂາ ຕາງໜ້າພະນັກງານ ເປັນຳມະການ
- Mr Marc ROBERT ຕາງໜ້າທະນາຄານ COFI BRED ໃນນາມຄູ່ຮ່ວມຍຸດທະສາດ ເປັນກຳມະການ
- ໜ່ວຍບໍລິການທີ່ສູນການຄ້າໄອເຕັກມໍຂອງ BCEL Bank: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໜ່ວຍບໍລີການໄອເຕັກຕັ້ງຢູ່ໄອເຕັກມໍຊັ້ນ1, ເປິດໃຫ້ບໍລິການທຸກວັນລັດຖະການ ແລະ ວັນເສົາ – ອາທິດ, ເວລາເປີດບໍລິການ 8:30 – 15:30 ໂມງ (ເວລາປິດໃຫ້ບໍລິການຕົວຈິງອາດຈະຂື້ນກັບການກໍານົດຂອງສະຖານທີ່ ທີ່ໜ່ວຍບໍລິການຕັ້ງຢູ່) ນອກຈາກກການໃຫ້ບໍລິການປົກກະຕິໃນວັນລັດຖະການແລ້ວ ທ່ານຍັງສາມາດໃຊ້ບໍລິການໃນ ວັນເສົາ – ອາທິດດັ່ງນີ້ :
- ເປີດບັນຊີໃໝ່ (ສະເພາະເງິນຝາກມີກຳນົດ ແລະບັນຊີເງິນຝາກປະຢັດ)
- ບໍລິການຝາກ – ຖອນເງິນ
- ໂອນເງິນລະຫວ່າງບັນຊີພາຍໃນ ທຄຕລ
- ຊຳລະຄ່າທາງ, ພາສີທີ່ດິນ, ອາກອນ
- ຊຳລະຄ່າສາທາລະນຸປະໂພກຕ່າງໆ (Bill Payment)
- ຮັບເງິນດ່ວນ MoneyGram, Speed send, BCOME
- ແລກປ່ຽນເງິນຕາຕ່າງປະເທດ (ເງິນຕາຕ່າງປະເທດແລກເປັນເງິນກິບ)
- ເປີດ BCEL One, I-Bank, SMS Banking ໃໝ່, ອອກລະຫັດໃໝ່, ຂໍຕັ້ງຄໍາຖາມປອດໄພໃໝ່ ແລະ ປ່ຽນແປງຂໍ້ມູນຜູ້ນໍາໃຊ້ໃນລະບົບ ເຊັ່ນ: ປ່ຽນ E-mail, ເບີໂທລະສັບເປັນຕົ້ນສໍາລັບ BCEL One, I-Bank
- ເປີດບັດ ATM ໃໝ່
- ບໍລິການຕູ້ຖອນເງິນ ATM ແລະ ຕູ້ຮັບເງິນ CDM.
ທີ່ຕັ້ງ ແລະ ເຄື່ອຂ່າຍ: ສຳນັກງານໃຫຍ່ຂອງທະນາຄານ ຕັ້ງຢູ່ອາຄານເລກທີ 01, ຖະໜົນບາງຄຳ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
” ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທັນສະໄໝ ວອງໄວ ໝັ້ນໃຈ. “
Business Information (Head office)
- สัญชาติธุรกิจ:
- ข้อมูลทั่วไป:
- ข้อมูลทั่วไป:
Contact Information
- Manager:
- Tel: 030 5334 657
- Derivery: 1555
- Facebook: https://www.facebook.com/BCEL.Bank
- Website:
- Email:
