ສູນກິລາປິ່ງປ່ອງດາລາວອນ ເປີດໃຫ້ບໍລິການຜູ້ທີ່ມັກຮັກໃນການຫຼີ້ນກິລາປິ່ງປ່ອງເປັນຕົ້ນແມ່ນ ອະນຸຊົນອາຍຸ 5 ປີ ຂື້ນໄປ, ນັກຮຽນ, ນັກສຶກສາ ແລະບຸກຄົນທົ່ວໄປ. ສູນດັ່ງກ່າວເປີດໃຫ້ບໍລິການຢູ່ຊັ້ນ 4 ໂຊນກິດຈະກຳ, ການສຶກສາ ແລະກິລາ ຂອງສູນການຄ້າໄອເຕັກມໍ ເຊິ່ງເປັນເຈົ້າຂອງໂຄງການໂດຍ ” ທ່ານ ດາລາວອນ ມະນີຈັນ ” ເປັນຜູ້ຊ່ວຍລາຂາທິການ ແລະເປັນຄູຝຶກສອນນັກກິລາທີມຊາດ.

ຈຸດປະສົງ : ເພື່ອເປັນສູນລວມຂອງການອອກກຳລັງກາຍ ແລະຮຽນຮູ້ກິລາປິ່ງປ່ອງ ເພື່ອເປັນການກະຕຸ້ນຊຸກຍູ້ ສົ່ງເສີມຂະບວນການກິລາປິ່ງປ່ອງໃນລາວໃຫ້ຟົດຟື້ນ ເຮັດໃຫ້ທຸກຄົນໃນສັງຄົມສາມາດຫຼີ້ນກິລານີ້ໄດ້ ເພື່ອສຸຂະພາບທີ່ແຂງແຮງ ແລະການພັດທະນາການຂອງຮ່າງກາຍທີ່ເຕີມໂຕສົມໄວ ພ້ອມທັງຝຶກທາງດ້ານແນວຄິດຈິດໃຈ ມີວິໄນ ມີແບບແຜນການຄິດທີ່ຖືກຕ້ອງ ເພື່ອສ້າງຂະບວນການໃຫ້ແກ່ເຍົາວະຊົນໄດ້ມີບ່ອນເຮັດກິດຈະກຳຮ່ວມກັບໝູ່ຄູ່ໃນເວລາວ່າງ ເພື່ອພັດທະນາຈົນກາຍເປັນເຍົາວະຊົນທີມຊາດ ແລະທີມຊາດໃນອະນາຄົດ

ຮູບແບບຂອງການຝຶກ : ເປັນບ່ອນອອກກຳລັງກາຍຂອງບຸກຄົນທົ່ວໄປ ເປັນບ່ອນສອນກິລາປິງປ໋ອງໃຫ້ນັກຮຽນ ນັກສຶກສາ ແລະບຸກຄົນທົ່ວໄປ ເປັນບ່ອນຝຶກແອບໃຫ້ນັກກິລາເຍົາວະຊົນທີມຊາດ ແລະທີມຊາດ, ເປີດໃຫ້ຜູ້ຄົນທົ່ວໄປເຂົ້າຫຼີ້ນກິລາປິ່ງປ່ອງເພື່ອຄວາມມ່ວນຊື່ນ ເປັນເໜືອນເຮືອນ ຫຼືໂຮງຮຽນໃຫ້ເຍົາວະຊົນໄດ້ມາຮຽນຮູ້ ໂດຍຜ່ານຂະບວນການສອນ ຈາກກິລາປ່ອງປ່ອງນຳໄປປັບໃຊ້ເຂົ້າໃນຊີວິດຂອງເຮົາໃນອະນາຄົດ 

– ການເກັບຄ່າໃຊ້ບໍລິການ :

  1. ເກັບຄ່ານໍາໃຊ້ສະຖານທີ່ສໍາລັບບຸກຄົນທົ່ວໄປ, ທີ່ບໍ່ໄດ້ເປັນສະມາຊິກຂອງສະໂມສອນພວກເຮົາແມ່ນຈະເກັບຄ່າບໍລິການເປັນຊົ່ວໂມງ, ຄົນລະ 15,000 ກີບຕໍ່ຊົວໂມງ.

  2. ເກັບຄ່າສະມາຊິກທີ່ມາຕີເພື່ອອອກກຳລັງກາຍເພື່ອສຸຂະພາບແມ່ນ 180,000 ກີບ/ຄົນ/ເດືອນ

  3. ລົງທະບຽນຮຽນຂັ້ນເລີ້ມຕົ້ນແມ່ນເດືອນລະ 500.000ກີບ/18 ຊົ່ວໂມງ (ທິດໜື່ງຮຽນ3ມື້).

  4. ເກັບຄ່າສະມາຊິກທີ່ເປັນນັກກິລາຝຶກແອບປະຈຳຫຼັງຈາກ 1 ປີຂື້ນໄປແມ່ນ 450,000 ກີບ/ຄົນ/ເດືອນ (ທິດໜື່ງຮຽນ3ມື້).

  5. ນັກຮຽນທີ່ຝຶກແອບຕໍ່ເນື່ອງ2ປີຂື້ນໄປແມ່ນ 350,000 ກີບ/ຄົນ/ເດືອນ (ທິດໜື່ງຮຽນ3ມື້).

  6. ລົງທະບຽນຮຽນຂັນສູງໂຕຕໍ່ໂຕກັບໂຄສ 800,000 ກີບ/ຄົນ/ເດືອນ/20ຊົ່ວໂມງ. (ທິດໜື່ງຮຽນ3ມື້).

  7. ສະໝັກເປັນສະມາຊິກເປັນປີແມ່ນປີລະ 3.000.000 ກີບ/ປີ (ທິດໜື່ງຮຽນ3ມື້).

  8. ຄອສພິເສດສຳລັບໃຜທີ່ສົນໃຈຢາກຝຶສະເພາະກັບອາຈານ ດາລາວອນ ໂຕຕໍ່ໂຕມື້ລະ 2 ຊົ່ວໂມງ/ 5 ມື້/ອາທິດ. ແມ່ນເດືອນລະ 1.600.000 ກີບ.

–  ຜົນໄດ້ຮັບຂອງຜູ້ປົກຄອງໃນການລົງທຶນກັບລູກໃຫ້ຫຼີ້ນກິລາ :

  1. ” ການລົງທຶນໃຫ້ລູກຫລີ້ນກິລາ “

  • ຜົນໄດ້ຮັບ1: ” ມັນຍິ່ງໃຫຍ່ກ່ວາ..ຄຳວ່າ..ໄຊຊະນະ “

  2. ” ເປັນຫຍັງຈິ່ງຍອມຈ່າຍເງີນຈຳນວນຫຼວງຫຼາຍເພື່ອໃຫ້ລູກຫຼີ້ນ ” ” ກິລາ “

  • ຜົນໄດ້ຮັບ1: ” ພໍ່ແມ່ຍອມຈ່າຍເພື່ອ..ຊ້ວງເວລາທີ່ລູກຈະໄດ້ຮູ້ສຶກເຖີງຄວາມເໝື່ອຍລ້າຈົນຢາກເຊົາເຮັດ…ແຕ່ເຂົາກໍ່ບໍ່ເຊົາ “

  • ຜົນໄດ້ຮັບ2: ” ພໍ່ແມ່ຍອມຈ່າຍເພື່ອ..ວັນເວລາທີ່ກັບມາຈາກໂຮງຮຽນດ້ວຍຄວາມເໝື່ອຍລ້າເກີນກວ່າຈະໄປຝຶກຊ້ອມກິລາແຕ່ເຂົາກໍ່ຍັງຊ້ອມຢູ່ດີ “

  • ຜົນໄດ້ຮັບ3: ” ພໍ່ແມ່ຍອມຈ່າຍເພື່ອ..ລູກຂອງເຮົາຈະໄດ້…ມີວິໄນ, ຈົດຈໍ່ກັບສິ່ງທີ່ເຮັດຢູ່ ແລະ ທຸ້ມເທກັບມັນ.”

  • ຜົນໄດ້ຮັບ4: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາ ຮຽນຮູ້ທີ່ຈະເບີ່ງແຍງຮ່າງກາຍຂອງເຂົາ, ອຸປະກອນກິລາ ແລະ ສິ່ງຂອງຕ່າງໆຂອງເຂົາ “

  • ຜົນໄດ້ຮັບ5: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາຮຽນຮູ້ທີ່ຈະເຮັດວຽກຮ່ວມກັບຄົນອື່ນ ແລະ ເປັນສະມາຊິກທີ່ດີຂອງທິມ, ຮຽນຮູ້ທີ່ຈະແພ້ ແລະ ຖ່ອມຕົວເມື່ອຊະນະ “

  • ຜົນໄດ້ຮັບ6: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາ ໄດ້ຮຽນຮູ້ທີ່ຈະຮັບມືກັບຄວາມຜິດຫວັງ ເມື່ອເຂົາບໍ່ໄດ້ຕາມທີ່ຕ້ອງການ ແຕ່ເຂົາຍັງຄົງກັບໄປຝຶກຊ້ອມ “

  • ຜົນໄດ້ຮັບ7: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາ ໄດ້ຮຽນຮູ້ທີ່ຈະໄປເຖີງເປົ້າໝາຍ..”

  • ຜົນໄດ້ຮັບ8: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາ ໄດ້ຮຽນຮູ້ທີ່ຈະເຄົາລົບຕົວເອງ..ເຄົາລົບຄູ່ແຂ່ງ..ເຄົາລົບຄູຝຶກສອນ ແລະ ກຳມະການຕັດສິນ..”

  • ຜົນໄດ້ຮັບ9: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາ ໄດ້ຮຽນຮູ້ຄວາມສຳເລັດ..ຫຼືການເປັນແຊ້ມປ້ຽນ.. ຕ້ອງແລກດ້ວຍການທຸ້ມເທ, ຝຶກຝົນວັນລະຫຼາຍໆ ຊົ່ວໂມງ, ປີແລ້ວປີອີກ ເຂົາຈະ    ຮຽນຮູ້ວ່າ…ບໍ່ມີຄວາມສຳເລັດໃນຊົ່ວຂ້າມຄືນ..”

  • ຜົນໄດ້ຮັບ10: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາ ໄດ້ພູມໃຈໃນຄວາມສຳເລັດນ້ອຍໆ ແລະ ຝຶກຝົນເພື່ອເປົ້າໝາຍໃຫຍ່ຂອງເຂົາ..”

  • ຜົນໄດ້ຮັບ11: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາ.. ໄດ້ມີໂອກາດສ້າງມິດຕະພາບທີ່ຢື້ນຢົງ..ຄວາມຊົງຈຳດີດີທີ່ມີຄ່າ..ແລະ ພູມໃຈໃນຄວາມສຳເລັດຂອງພວກເຂົາແບະທີ່ເຮົາກໍ່ຮູ້ສຶກ      ເຊັ່ນກັນ…”

  • ຜົນໄດ້ຮັບ12: ” ພໍ່ແມ່ຍອມຈ່າຍເພື່ອ..ໃຫ້ລູກຂອງເຮົາ..ໄດ້ໄປຢູ່ໃນສະໜາມແທນທີ່ຈະຢູ່ໜ້າຈໍ….”

  • ຜົນໄດ້ຮັບ13: ” ເຮົາບໍ່ໄດ້ຈ່າຍເພື່ອ..ກິລາດອກ.. ແຕ່ເຮົາຈ່າຍເພື່ອ..ໂອກາດ..ກິລາ…ສາມາດໃຫ້ກັບລູກຂອງເຮົາໄດ້.. “

  • ຜົນໄດ້ຮັບ14: ” ກິລາຊ່ວຍພັດທະນາຄຸນລັກສະນະທີ່ດີຮອບດ້ານ, ໃນການດຳລົງຊີວິດ, ຢູ່ເພື່ອຕົວເອງ ແລະ ຜູ້ອື່ນ ຈາກທີ່ເຮົາສັງເກດ ເຮົາຄິດວ່າເປັນການລົງທືນທີ່ຄຸ້ມຄ່າຫຼາຍທີ່ສຸດ..”

Business Information (Head office)
  • สัญชาติธุรกิจ:
  • ข้อมูลทั่วไป:
  • เจ้าของลิขสิทธิ์:
Contact Information
  • Manager: 
  • Tel: 020 5223 7979
  • Derivery: 
  • Facebook: https://www.facebook.com/Dalavone-Table-tennis-Academy-1529992310456763
  • Website:
  • Email: