Yespls: ແມ່ນສູນກາງການແລກປ່ຽນ ຊື້ – ຂາຍ ສິນຄ້າທາງ online. ທີ່ມີມາດຕະຖານ ທີ່ມີຄວາມປອດໄພ ນຳໃຊ້ງ່າຍທີ່ສຸດ ແລະເຂົ້າເຖິງງ່າຍ. Yespls ເປັນສູນຮວບຮວມທຸກຄວາມຕ້ອງການ ຂອງຜະລິດຕະພັນລາວ ເຊັ່ນ: ສິນຄ້າມີຄວາມຫຼາກຫຼາຍ , ບໍ່ຈຳກັດຈຳນວນຄົນຊື້ – ຄົນຂາຍ , ບໍ່ຈຳກັດເວລາ , ນຳໃຊ້ເທັກໂນໂລຍີທີ່ທັນສະໄໝ , ຄວບຄຸມເລື່ອງການຊຳລະເງິນ ແລະຂໍ້ມູນລູກຄ້າໃຫ້ມີຄວາມປອດໄພ , tracking system ຄືມີລະບົບຕິດຕາມສິນຄ້າວ່າຕອນນີ້ສິນຄ້າທີ່ສັ່ງຮອດໃສແລ້ວ

  • ຄູ່ຮ່ວມທຸລະກິດຂອງ ” Yespls ” ໃນເບື່ອງຕົ້ນ:
  1. ດ້ານການບໍລິການ: ລາວໂທລະຄົມ / ເບີສາຍດ່ວນ 1829 ທີ່ເປັນຜູ້ຊຳນານດ້ານ Call center
  2. ດ້ານການຊຳລະ: ປະຈຸບັນມີທະນາຄານການຄ້າຕ່າງປະເທດລາວ ໄວໆນີ້ຈະມີ: U-money , ທະນາຄານລາວ-ຫວຽດ , ທະນາຄານຮ່ວມພັດທະນາແລະທະນາຄານພັດທະນາລາວ
  3. ດ້ານການຂົນສົ່ງ: ຮຸ່ງອາລຸນ , ໝັ້ນໃຈ
  4. ດ້ານການຈັດ Promotion ຮ່ວມ: ບໍລິສັດລາວເວີນ , ເມເຈີ້ ໄອເຕັກ , ສວນນ້ຳ ໄອເຕັກ ໂອຊຽນພາກ

” 8 ເຫດຜົນທີ່ທ່ານຕ້ອງເລືອກ Yespls “

  1. ລະບົບຊື້ – ຂາຍ ສິນຄ້າ 24ຊົ່ວໂມງ
  2. Free campaign ໂຄສະນາ
  3. ປອດໄພກັບການຊຳລະເງິນ Online
  4. ມີບໍລິການຈັດສົ່ງ ແລະ ລະບົບຕິດຕາມສິນຄ້າ
  5. ມີບໍລິການຊຳລະເງິນ ປາຍທາງ
  6. ລະບົບນັບກວດສິນຄ້າໃນ Stock
  7. ຂາຍສິນຄ້າໄດ້ຫຼາກຫູາຍ
  8. ເພີ່ມຍອດຂາຍໃຫ້ຮ້ານຄ້າໄດ້ຫຼາຍເທົ່າໂຕ
  • ການໂຄສະນາປະຊາສຳພັນ 2020 – 2021
  1. ການຕະຫຼາດ Online: fb yespls , instagram , youtube / VDO
  2. Campaign promotion
  3. ການໂຄສະນາ Online : billboard , LED , booth
  4. ເຄື່ອງມືຊ່ວຍ Promote ຮ້ານຄ້າ Review

” ລາຍການສິນຄ້າ ເກືອດຫ້າມໃນການຈັດສົ່ງ ແລະວາງຂາຍໃນ Yespls “

  1. ປະເພດສິນຄ້າທີ່ຜິດກົດໝາຍເຊັ່ນ: ຢາເສບຕິດ , ເຄື່ອງປ່າຂອງດົງ
  2. ສິນຄ້າທີ່ບໍ່ໄດ້ເສຍພັນທະພາສີອາກອນ
  3. ວັດຖຸສະສົມເຊັ່ນ: ວັດຖຸບູຮານ , ງານສິນ
  4. ສິນຄ້າອັນຕະລາຍເຊັ່ນ: ລະເບີດ , ວັດຖຸສົງຄາມ ທຸກປະເພດ
  5. ວັດຖຸໄວໄຟ
  6. ວັດຖຸທີ່ມີແຮງດັນສູງ ຈະເປັນສານເຄມີ ບັ້ງແກັດ
  7. ປະເພດສັດລ້ຽງ ຫູືສັດທີ່ມີຊີວິດ
  8. ສິນຄ້າທີ່ໃກ້ຈະໝົດອາຍຸ
  9. ສິນຄ້າທີ່ແຕກຫັກງ່າຍປະເພດ ແກ້ວ , ໜ້າຈໍໂທລະສັບຕ່າງໆ
  10. ສິນຄ້າທີ່ຜ່ານການໃຊ້ງານແລ້ວທຸກປະເພດ
  11. ອາຫານສົດ , ຜັກສົດ ແລະໝາກໄມ້ສົດ

ອ້າງອີງ: https://laoworldpublic.com/11049-2/

Business Information (Head office)
  • สัญชาติธุรกิจ:
  • ข้อมูลทั่วไป:
  • ข้อมูลทั่วไป:
Contact Information