ປະຫວັດການຂະຫຍາຍຕົວ ເພື່ອແນໃສ່ເສີມການຂະຫຍາຍສາຍພົວພັນການຄ້າ ລະຫວ່າງສອງປະເທດລາວ – ຫວຽດນາມ ແລະ ຊ່ວຍເຫຼືອບັນດານັກລົງທຶນຫວຽດນາມ ເປີດກ້ວາງການເຄື່ອນໄຫວລົງທຶນຢູ່ລາວ, ປະຕິບັດສົນທິສັນຍາລະຫວ່າງ ລັດຖະບານສອງປະເທດລາວ – ຫວຽດນາມ, ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ໄດ້ເປັນຜູ້ລິເລີ່ມຮ່ວມມືກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ເພື່ອສ້າງຕັ້ງທະນາຄານຮ່ວມທຸລະກິດລາວຫວຽດ. ໃນວັນທີ 22/06/1999 ຢູ່ທີ່ນະຄອນຫຼວງວຽງຈັນ, ທະນາຄານຮ່ວມທຸລະກິດລາວຫວຽດ ຖືເປັນກຽດຈັດພິທີຕັດແຖບຜ້າເປີດ ການເຄື່ອນໄຫວຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງການນຳພັກ, ລັດຖະບານ ສສ ຫວຽດນາມ ແລະ ພັກ, ລັດຖະບານ ສປປ ລາວ. ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ສ້າງຕັ້ງຂຶ້ນເພື່ອແນໃສ່ປະຕິບັດບັນດາ ໜ້າທີ່ການເມືອງທີ່ພັກ, ລັດຖະບານຫວຽດນາມມອບໝາຍໃຫ້ ເປັນຂົວຕໍ່ທາງດ້ານການເງິນໃຫ້ແກ່ບັນດາໂຄງການ ຮ່ວມມືລະຫວ່າງ ລັດຖະບານສອງປະເທດ, ເປັນຂົວຕໍ່ຊຳລະສະສາງລະຫວ່າງ 02 ປະເທດ…
ໂດຍໄດ້ຮັບການສ້າງຕັ້ງຂຶ້ນດ້ວຍທຶນຈົດທະບຽນເລີ່ມຕົ້ນ 10 ລ້ານ USD ຕາມອັດຕາສ່ວນການປະກອບທຶນ 50/50. ຜ່ານການເພີ່ມທຶນ ແລະ ອັດຕາສ່ວນການປະກອບທຶນຫຼາຍຄັ້ງ, ປີ 2015 LaoVietBank ໄດ້ສຳເລັດການເພີ່ມທຶນ ຈົດທະບຽນຂຶ້ນເປັນ 100 ລ້ານ USD ເພື່ອຂະຫຍາຍຂະໜາດ, ຕາໜ່າງການເຄື່ອນໄຫວແນໃສ່ຊ່ວຍເຫຼືອບັນດາ ນັກລົງທຶນຫວຽດນາມ ແລະ ລາວ ເຄື່ອນໄຫວທຸລະກິດຢູ່ລາວໃຫ້ດີທີ່ສຸດ. ນັບແຕ່ໄດ້ຮັບການສ້າງຕັ້ງ ແລະ ເຂົ້າສູ່ການເຄື່ອນໄຫວຈົນເຖີງປະຈຸບັນ LaoVietBank ໃນແຕ່ລະສະພາບເສດຖະກິດທີ່ແຕ່ຕ່າງກັນ, LaoVietBank ບໍ່ຍຸດທີ່ຈະຂະຫຍາຍຕົວໃນແຕ່ລະໄລຍະ. อ้างอิง
ທະນາຄານຮ່ວມທຸລະກິດລາວຫວຽດ (LaoViet Bank) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມິຖຸນາ 1999 ບົນພື້ນຖານໝາກຜົນຂອງຄວາມສາມັກຄີມິດຕະພາບແບບພິເສດໃນທຸກໆດ້ານລະຫວ່າງສອງຊົນເຜົ່າ, ສອງຊາດຫວຽດນາມ ແລະ ລາວ, ເປັນພື້ນຖານແຫ່ງການກຳເນີດມີການແລກປ່ຽນເສດຖະກິດລະຫວ່າງສອງປະເທດ.
- ຊື່ເປັນພາສາຫວຽດນາມ: Ngân hàng Liên doanh Lào Việt
- ຊື່ເປັນພາສາອັງກິດ: Lao Viet Joint Venture Bank
- ຊື່ເປັນພາສາລາວ: ທະນາຄານຮ່ວມທຸລະກິດລາວຫວຽດ
- ຊື່ຂຽນຫຍໍ້ເປັນພາສາອັງກິດ: LAOVIETBANK
- ຊື່ຂຽນຫຍໍ້ເປັນພາສາລາວ: ທລວ
ທີ່ຢູ່ສຳນັກງານໃຫຍ່: ເລກທີ 44, ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ສປປ ລາວ. ທຶນຈົດທະບຽນ: 791,357,560,000 ກີບ (ເຈັດຮ້ອຍເກົ້າສີບເອັດຕື້ ສາມຮ້ອຍຫ້າສີບເຈັດລ້ານ ຫ້າແສນຫົກສີບພັນກີບ), ເປັນໜຶ່ງໃນບັນດາທະນາຄານທີ່ມີຂະໜາດທຶນຈົດທະບຽນຫຼາຍສຸດຢູ່ລາວ.
ຜູ້ຖືຮຸ້ນ: LaoVietBank ມີ 03 ຂາຮຸ້ນ ປະກອບດ້ວຍ:
- ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຖືກຳມະສິດ 65% ທຶນຈົດທະບຽນ
- ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຖືກຳມະສິດ 25% ທຶນຈົດທະບຽນ
- ບໍລິສັດ ສຸກຮຸ່ງເຮືອງ ຖືກຳມະສິດ 10% ທຶນຈົດທະບຽນ
ພາລະບົດບາດ:
- ເຊື່ອມໂຍງສອງພື້ນຖານເສດຖະກິດລາວ – ຫວຽດນາມ: ກາຍເປັນທະນາຄານນຳໜ້າໃນການສະໜອງບັນດາວິທີການດ້ານການທະນາຄານ, ການເງິນ, ໃຫ້ບັນດານິຕິບຸກຄົນທີ່ມີສາຍພົວພັນດ້ານການຄ້າ, ການລົງທຶນລະຫວ່າງຫວຽດນາມ – ລາວ, ລາວ – ຫວຽດນາມ.
- ປະກອບສ່ວນສຳຄັນເຂົ້າໃນພາລະກິດພັດທະນາເສດຖະກິດ – ສັງຄົມຂອງຫວຽດນາມ ແລະ ລາວ: LaoViet Bank ກາຍເປັນສະຖາບັນການເງິນໜຶ່ງທີ່ເຂັ້ມແຂງ, ດຳເນີນທຸລະກິດກັບຫຼາຍປະເທດ, ປະກອບສ່ວນ ສຳຄັນເຂົ້າໃນການພັດທະນາເສດຖະກິດຂອງສອງຊາດລາວ ແລະ ຫວຽດນາມ.
ຄະຕິປະຈຳຕົວຂອງທະນາຄານ:
- ລູກຄ້າເປັນສູນກາງ, ເປັນເປົ້າໝາຍເຄື່ອນໄຫວທຸລະກິດ
- ບໍລິຫານຄວາມສ່ຽງເປັນພື້ນຖານຂອງວຽກງານບໍລິຫານທົ່ວລະບົບ
- ພະນັກງານ ແລະ ເຕັກໂນໂລຊີ ເປັນອົງປະກອບຕັດສີນຄວາມສຳເລັດ.
ບັນດາການບໍລິການດ້ານການເງິນການທະນາຄານ:
- ລະດົມເງິນຝາກປະຍັດ, ເງິນຝາກປະຈຳຂອງບຸກຄົນ ແລະ ອົງການ ດ້ວຍສະກຸນເງິນກີບ (LAK), ໂດລາສະຫະລັດ (USD), ບາດ (THB). ເງິນຝາກຂອງລູກຄ້າໄດ້ຄ້ຳປະກັນຕາມຂໍ້ກຳນົດຂອງທະນາຄານແຫ່ງ ສປປ ລາວ.
- ປ່ອຍກູ້ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ດ້ວຍສະກຸນເງິນ LAK, USD, THB ດ້ວຍບັນດາເງື່ອນໄຂ ແລະ ເອກະສານງ່າຍດາຍ, ວ່ອງໄວ.
- ການຊື້ຂາຍເງິນຕາຕ່າງປະເທດຕາມບັນດາຮູບການມອບທັນທີ (Spot), ແລກປ່ຽນ (Swap), ໄລຍະກຳນົດ (Forward).
- ບັນດາການບໍລິການຊຳລະສະສາງ, ອົນເງິນລະຫວ່າງປະເທດໂດຍຜ່ານລະບົບ SWIFT, Online IBMB, Westem, ຊ່ວຍສົ່ງອອກນຳເຂົ້າສີນຄ້າຮັບປະກັນວ່ອງໄວ, ປວດໄພ, ຄ່າໃຊ້ຈ່າຍເໝາະສົມ.
- ຈຳໜ່າຍ ແລະ ຊຳລະສະສາງດ້ວຍບັດສີນເຊື່ອພາຍໃນກັບບັນດາການບໍລິການທີ່ສະດວກສະບາຍໃຫ້ແກ່ລູກຄ້າ
- ໃຫ້ບໍລິການດ້ານເງິນທຶນ, ຈ່າຍເງິນເດືອນ, ຮັບເງິນກັບທີ່, ຊື້ຂາຍເງິນຕາຕ່າງປະເທດ, ຮັບ ແລະ ຈ່າຍເງິນທາງໄກ, ໂອນເງິນພາຍໃນ ແລະ ຕ່າງປະເທດ.
- ບັນດາການບໍລິການຄ້ຳປະກັນພາຍໃນ ແລະ ຕ່າງປະເທດ
- ບັນດາການບໍລິການອື່ນໆຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ
ຕາໜ່າງເຄືອຂ່າຍ: LaoVietBank ມີສຳນັກງານເຄື່ອນໄຫວກວ້າງຂວາງ ຢູ່ແຕ່ລະພາກພື້ນຂອງລາວ ໂດຍສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ ແລະ 05 ສາຂາ, 09 ໜ່ວຍບໍລິການ ຄວບຄຸມກວ້າງຂວາງໃນ 8/18 ແຂວງເສດຖະກິດຈຸດສຸມຂອງລາວ, ລາຍລະອຽດດັ່ງນີ້:
- ຢູ່ນະຄອນຫຼວງວຽງຈັນ:
- ສຳນັກງານໃຫຍ່
- ໜ່ວຍບໍລິການຕະຫຼາດເຊົ້າ
- ໜ່ວຍບໍລິການສີໄຄ
- ໜ່ວຍບໍລິການດອນໜູນ
- ໜ່ວຍບໍລິການດ່ານສາກົນຂົວມິດຕະພາບລາວ-ໄທ
- ໜ່ວຍບໍລິການດົງໂດກ
- ໜ່ວຍບໍລິການລາວໄອເຕັກ
- ຢູ່ແຂວງຊຽງຂວາງ: ທະນາຄານຮ່ວມທຸລະກິດລາວຫວຽດ – ສາຂາຊຽງຂວາງ
- ຢູ່ແຂວງຫຼວງພະບາງ: ທະນາຄານຮ່ວມທຸລະກິດລາວຫວຽດ – ສາຂາຫຼວງພະບາງ
- ຢູ່ແຂວງຈຳປາສັກ: ທະນາຄານຮ່ວມທຸລະກິດລາວຫວຽດ – ສາຂາຈຳປາສັກ , ໜ່ວຍບໍລິການເຊໂນ
- ຢູ່ແຂວງອັດຕະປື: ທະນາຄານຮ່ວມທຸລະກິດລາວຫວຽດ – ສາຂາອັດຕະປື
- ຢູ່ແຂວງສະຫວັນນະເຂດ: ທະນາຄານຮ່ວມທຸລະກິດລາວຫວຽດ – ສາຂາສະຫວັນນະເຂດ
- ຢູ່ແຂວງຄຳມ່ວນ: ໜ່ວຍບໍລິການຄຳມ່ວນ
- ຢູ່ແຂວງອຸດົມໄຊ: ໜ່ວຍບໍລິການອຸດົມໄຊ. อ้างอิง



- สัญชาติธุรกิจ:
- ข้อมูลทั่วไป:
- ข้อมูลทั่วไป:
Contact Information
- Manager:
- Tel: (856) 2125 1418
- Derivery: 1440
- Facebook: https://www.facebook.com/LaoVietBank
- Website:
- Email: