ສືບຕໍ່ເປີດໃຫ້ບໍລິການສັກວັກຊິນ ເພື່ອປ້ອງກັນເຊື້ອພະຍາດ Covid-19 ທີ່ ສູນການຄ້າ ລາວ-ໄອເຕັກ ເລີ່ມຕັ້ງແຕ່ ວັນທີ 18 – 22 ຕຸລາ 2021.

ປະເພດຂອງວັກຊີນທີ່ສັກໃນຄັ້ງນີ້:

  • ວັກຊີນ ຊີໂນຟາມ (Sinopharm) ເຂັມທີ 1 ແລະ 2.
  • ວັກຊີນ ອາສຕຣາເຊເນກ້າ (Astra Zeneca) ເຂັມທີ 1 ແລະ 2.

ສໍາລັບຜູ້ທີ່ເລີ່ມສັກເຂັມທີ 2 ຂອງທຸກປະເພດຂອງວັກຊີນ ສາມາດຖືບັດຂຽວແລ້ວລໍຖ້າເຂົ້າສັກໄດ້ເລີຍ

ການເຂົ້າສັກວັກຊີນ ຊີໂນຟາມ ເຂັມທີ 1 ຮັບສະເພາະຜູ້ທີ່ລົງທະບຽນທາງອອນລາຍ ເທົ່ານັ້ນ ໂດຍສາມາດເຂົ້າລົງທະບຽນຜ່ານລິ້ງ: http://vaccinatelaos.la

ສຳລັບ ຜູ້ທີ່ຍັງບໍ່ທັນໄດ້ລົງທະບຽນແບບອອນລາຍ ຫຼື ພົບບັນຫາໃນການລົງທະບຽນ ສາມາດມາສອບຖາມວິທີການລົງທະບຽນໄດ້ທີ່ ຈຸດບໍລິການລົງທະບຽນອອນລາຍສະເພາະ ທີ່ ກ້ອງສະພານເຊື່ອມລະຫວ່າງຕຶກເກົ່າ – ຕຶກໃໝ່ ໄດ້ ພວກເຮົາມີທິມງານໄວ້ໃຫ້ບໍລິການ ແລະ ຄອຍແນະນຳທ່ານ.

ເປີດບໍລິການໃຫ້ສັກວັກຊິນ ເວລາ 9:00 ຫາ 15:30 ໂມງ ຍົກເວັນ ວັນເສົາ – ອາທິດ

ສອບຖາມຂໍ້ມູນເພີ່ມເຕີມ:

ດຣ ກອງໄຊ ພູນແພງຮັກ      020 2244 7573
ດຣ ນ. ຈັນໃສ ປັດທໍາມະວົງ   020 5560 6480