ຕະຫຼາດສົດ ສູນການຄ້າ ທົ່ງຂັນຄໍາ ຈະໄດ້ເປີດໃຫ້ບໍລິການເປັນປົກກະຕິ ນັບຕັ້ງແຕ່ ວັນທີ 13 ຕຸລາ 2021 ເປັນຕົ້ນໄປ ເວລາ 06:00 ຫາ 19:00 ໂມງ
ເພື່ອສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດ COVID-19 ທາງຕະຫຼາດສົດ ຂອງພວກເຮົາຈຶ່ງໄດ້ມີມາດຕະການ ໃຫ້ຮ້ານຄ້າທຸກຮ້ານທີ່ເປີດພາຍໃນ ຕະຫຼາດສົດ ຕ້ອງໃສ່ຜ້າຢາງໃສກັ້ນລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ ເພື່ອສ້າງຄວາມໝັ້ນໃຈ ແລະ ຄວາມປອດໄພໃຫ້ກັບລູກຄ້າທີ່ເຂົ້າມາໃຊ້ບໍລິການພາຍໃນຕະຫຼາດສົດ.
ນອກຈາກນີ້ ຍັງມີມາດຕະການປ້ອງກັນ COVID-19 ຢ່າງເຂັ້ມງວດດັ່ງນີ້:
- ຜູ້ຊື້ ແລະ ຜູ້ຂາຍ ຕ້ອງສະແດງບັດສັກວັກຊີນຄົບໂດສ໌ ກ່ອນເຂົ້າໃຊ້ບໍລິການທຸກຄັ້ງ
- ກໍານົດຈຸດເຂົ້າ – ອອກ ແລະ ກວດວັດແທກອຸນຫະພູມກ່ອນເຂົ້າໃຊ້ບໍລິການທຸກຄັ້ງ
- ລ້າງມືດ້ວຍ Alcohol ກ່ອນເຂົ້າທຸກຄັ້ງ
- ໃສ່ຜ້າປິດປາກທັງຜູ້ຂາຍ ແລະ ຜູ້ຊື້
- ຮັກສາໄລຍະຫ່າງເວລາຊື້ສິນຄ້າ ແລະ ຍ່າງພາຍໃນຕະຫຼາດ