ຫຼັງຈາກໄດ້ມີການແຜ່ລະບາດຂອງເຊື້ອພະຍາດ Covid-19 ຈາກກໍລະນີ 59 ໃນນະຄອນຫຼວງວຽງຈັນ ທາງຂັ້ນເທິງ ຮ່ວມກັບ ຂະນະສະເພາະກິດ ໄດ້ມີການສັ່ງລັອກດາວຄັ້ງທີ 2 ຂຶ້ນ ໃນຄັ້ງວັນທີ 13/4/2021 ທີ່ຜ່ານມາ ເພື່ອປະຕິບັດຕາມມາດຕະການປ້ອງກັນ ການແຜ່ລະບາດເຊື້ອພະຍາດ Covid-19 ອັນສົ່ງຜົນກະທົບໄປເຖິງຫຼາຍບັນດາຫົວໜ່ວຍທຸລະກິດ ຂະໜາດນ້ອຍ – ໃຫຍ່ ຫຼາຍທຸລະກິດໄດ້ຖືກສັ່ງປິດກິດຈະການລົງເຊັ່ນ: ຮ້ານອາຫານ, ຮ້ານບັນເທີງ, ໂຮງຮຽນ ແລະ ທຸລະກິດຕ່າງໆ ເຊັ່ນກັນ ຕາມມາດຕະການຂອງພາກລັດ ທົ່ວທັ້ງປະເທດ.
ແລະ ບໍລິສັດ ລາວເວີນ ມະຫາຊົນ ໃນນາມຂອງ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ,ສູນການຄ້າ ໄອເຕັກມໍ, ສູນການຄ້າ ທົ່ງຂັນຄໍາ ແລະ ສູນການຄ້າ ສະຫວັນ ໄອເຕັກ ໄດ້ປິດໃຫ້ບໍລິການລົງຊົ່ວຄາວ ເພື່ອປະຕິບັດຕາມມາດຕະການລັອກດາວ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ Covid-19 ທີ່ຂັ້ນເທິງໄດ້ວາງອອກ ຊຶ່ງກໍ່ໃຫ້ເກີດຄວາມເດືອດຮ້ອນໄປເຖິງ ຜູ້ປະກອບການ ພໍ່ຄ້າຊາວຂາຍ ແລະ ຮ້ານຄ້າພາຍໃນຕຶກ ກໍໄດ້ມີຄວາມຈໍາເປັນຕ້ອງໄດ້ປິດລົງຊົ່ວຄາວເຊັ່ນກັນ.
ຈົນມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອພະຍາດ Covid-19 ໃນນະຄອນຫຼວງມີຕົວເລກຜູ້ຕິດເຊື້ອທີ່ໜ້ອຍລົງ ແລະ ອີງຕາມທິດຊີ້ນໍາຂອງຂັ້ນເທິງ ຈຶ່ງໄດ້ມີມາດຕະການຜ່ອນຜັນບາງມາດຕະການ ເພື່ອແບ່ງເບົາຄວາມທຸກຍາກຂອງພາກທຸລະກິດປະຊາຊົນ ພໍ່ຄ້າຊາວຂາຍ ລວມທັງຫ້າງຮ້ານຕ່າງໆ ສາມາດກັບມາເປີດຮ້ານໄດ້ຄືນຕາມປົກກະຕິ
ດັ່ງນັ້ນ ທຸລະກິດໃນກຸ່ມບໍລິສັດລາວເວີນ ມະຫາຊົນ ຂອງພວກເຮົາ ຈຶ່ງໄດ້ສືບຕໍ່ ເລີ່ມເປີດໃຫ້ບໍລິການ ຕາມທິດຊີ້ນໍາຂອງຂັ້ນເທິງ ເຊິ່ງມີລາຍລະອຽດດັ່ງນີ້:
- ສູນການຄ້າ ໄອເຕັກມໍ ເປີດໃຫ້ບໍລິການ ວັນທີ 11/6/2021
- ສູນວາງສະແດງສິຄ້າ ລາວ-ໄອເຕັກ ເປີດໃຫ້ບໍລິການ ວັນທີ 12/6/2021
- ສູນການຄ້າທົ່ງຂັນຄໍາ ເປີດໃຫ້ບໍລິການ ວັນທີ 11/6/2021
- ສູນການຄ້າ ສະຫວັນ-ໄອເຕັກ ເປີດໃຫ້ບໍລິການວັນທີ 22/5/2021
ຊຶ່ງການກັບມາເປີດໃຫ້ບໍລິການໃນຄັ້ງນີ້ ພວກເຮົາ ໄດ້ກຽມຄວາມພ້ອມ ພ້ອມດ້ວຍມາດຕະການປ້ອງກັນເຊື້ອພະຍາດ Covid -19 ຢ່າງເຂັ້ມງວດ.
ໂດຍໄດ້ເອົາໃຈໃສ່ ໃນການພົ່ນຢາຂ້າເຊື້ອທັງ ດ້ານນອກ ແລະ ດ້ານໃນ ຂອງສູນການຄ້າ ໄດ້ເອົາໃຈໃສ່ທໍາຄວາມສະອາດ ທຸກຈຸດທີ່ມີຄວາມສ່ຽງທີ່ລູກຄ້າຕ້ອງສໍາພັດເຊັ່ນ: ຮາວຂັ້ນໄດເລື່ອນ, ລິບ, ຫ້ອງນໍ້າ, ທາງຍ່າງ ແລະ ຈຸດຕ່າງໆທີ່ມີຄວາມສ່ຽງ ດ້ວຍນໍ້າຢາຂ້າເຊື້ອທີ່ມີສ່ວນປະສົມຂອງທາດເຫຼົ້າ.
ພ້ອມທັງ 5 ຂໍ້ປະຕິບັດເຂັ້ມງວດ ເພື່ອຄວາມປອດໄພຂອງລູກຄ້າທຸກທ່ານດັ່ງນີ້:
- ໃສ່ຜ້າປິດປາກທຸກຄັ້ງ.
- ວັດແທກອຸນຫະພູມທຸກຈຸດທາງ ເຂົ້າ – ອອກ.
- ລ້າງມືດ້ວຍເຈວ (Alcohol).
- ເວັ້ນໄລຍະຫ່າງ.
- ຫຼີກລ້ຽງການສໍາພັດກັນໂດຍກົງ.
ລວມທັງພະນັກງານຫ້ອງການ ແລະ ຮ້ານຄ້າທຸກພາກສ່ວນ ທຸກຫົວໜ່ວຍທຸລະກິດຂອງພວກເຮົາແມ່ນ ໄດ້ຮັບການສັກວັກຊີນປ້ອງກັນເຊື້ອພະຍາດ Covid-19 ຄົບທັງ 2 ເຂັມແລ້ວຖ້ວນໜ້າ.
ດັ່ງນັ້ນ ທ່ານຈົ່ງໄວ້ວາງໃຈໄດ້ວ່າ ສູນການຄ້າ ໄອເຕັກມໍ ແລະ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ຂອງພວກເຮົານັ້ນປອດໄພ ແລະ ສາມາດເຂົ້າມາຈັບຈ່າຍໃຊ້ສອຍສິນຄ້າ ໄດ້ຢ່າງໝັ້ນໃຈ.