ເພື່ອການຮັບມືການລະບາດ ແລະ ການສະກັດກັ້ນພະຍາດໂຄວິດ 19 ທາງ ກະຊວງສາທາລະນະສຸກ ແລະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ກຳນົດເອົາ ຕຶກວາງສະແດງສິນຄ້າ ລາວ – ໄອເຕັກ ຊັ້ນ 1 ເປັນສະຖານທີ່ເປີດໃຫ້ສັກວັກຊິນກັນພະຍາດໂຄວິດ 19 ເພື່ອເປີດໂອກາດໃຫ້ປະຊາຊົນທີ່ຍັງບໍ່ໄດ້ສັກວັກຊິນເຂົ້າມາພົວພັນເພື່ອຮັບວັກຊິນໂດຍເລີ່ມຕັ້ງແຕ່ ວັນທີ 5/5/2021 ຫາວັນທີ 14/5/2021 ຕັ້ງແຕ່ ເວລາ 8:30 – 16:30 ຊຶ່ງປະເພດຂອງການສັັກວັກຊິນໃນຄັ້ງນີ້ມີວັກຊິນ 2 ປະເພດໄດ້ແກ່:
- ອາສຕຣາ ເຊເນກາ (Astra Zeneca) ເຂັມທີ 1
- ຊິໂນຟາມ (Sinopharm) ເຂັມທີ 1 ແລະ ເຂັມທີ 2
ໂດຍໃນຄັ້ງທໍາອິດທິ່ໄດ້ເປີດໃຫ້ບໍລິການສັກວັກຊິນສິ້ນສຸດລົງ ຊຶ່ງໄດ້ຮັບຜົນຕອບຮັບເປັນຢ່າງດີຈາກປະຊາຊົນທຸກພາກສ່ວນ ທາງ ກະຊວງ ສາທາລະນະສຸກ ແລະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ມີການເປີດໃຫ້ສັກວັກຊິນຄັ້ງທີ 2 ຂຶ້ນທີ່ເດີມ ໂດຍຄັ້ງນີ້ ກໍານົດສັກຕັ້ງແຕ່ວັນທີ 17 ມິຖຸນາ 2021 ຈົນເຖິງປັດຈຸບັນ ເວລາ 9:00 – 15:30 (ຍົກເວັ້ນ ວັນເສົາ – ອາທິດ).
ໂດຍໃນຄັ້ງນີ້ຈະມີວັກຊິນ 3 ປະເພດໄດ້ແກ່:
- ໄຟເຊີ້ (Pfizer) ເຂັມທີ 1
- ຊິໂນຟາມ (Sinopharm) ເຂັມທີ 1 ແລະ ເຂັມທີ 2
- ອາສຕຣາ ເຊເນກາ (Astra Zeneca) ເຂັມທີ 2
ຊຶ່ງວັກຊິນໄຟເຊີ້ທີ່ມາໃໝ່ນີ້ຈະມີ 3 ກຸ່ມບູລິມະສິດທີ່ຈະໄດ້ຮັບອະນຸຍາດໃຫ້ສັກໄດ້ແກ່:
- ຜູ້ສູງອາຍຸ 60 ປີ ຂື້ນໄປ
- ຜູ້ທີ່ມີພະຍາດປະຈຳຕົວອາຍຸ 18 ປີ ຂຶ້ນໄປ
- ພະນັກງານແພດ ຫຼື ພະນັກງານດ້ານໜ້າທີ່ພາດໂອກາດສັກວັກຊີນຜ່ານມາ
ທັ້ງນີ້ ເພື່ອຄວາມປອດໄພຂອງລູກຄ້າທຸກທ່ານ ພາຍໃນສູນວາງສະແດງສິນຄ້າຊັ້ນ 1 ໄດ້ມີການພົ່ນຢາຂ້າເຊື້ອຈາກພາກສ່ວນ ກະຊວງສາທາລະນະສຸກ ເພື່ອຮອງຮັບອ້າຍນ້ອງປະຊາຊົນທີ່ມາຮັບວັກຊິນ ໃຫ້ໄດ້ຮັບຄວາມປອດໄພຫຼາຍທີ່ສຸດໂດຍມີມາດຕະການດັ່ງນີ້:
- ມີການຂ້າເຊື້ອພະຍາດທັງດ້ານນອກ ແລະ ດ້ານໃນຂອງສູນການຄ້າ
- ສຸມໃສ່ການອະນາໄມຈຸດສໍາຄັນຕະຫຼອດເວລາ ເປັນຕົ້ນແມ່ນ: ຮາວຂັ້ນໃດ, ປະຕູທາງ ເຂົ້າ – ອອກ, ໂຕະ, ຕັ່ງນັ່ງຮັບປະທານອາຫານ ແລະ ອື່ນໆ.
- ມີການວັດແທກອຸນຫະພູມດ້ວຍອຸປະກອນທີ່ທັນສະໄໝ ມີເຈວລ້າງມືໄວ້ບໍລິການທຸກຈຸດ ເຂົ້າ – ອອກ ແລະ ຜ້າປິດປາກດັງໄວ້ບໍລິການລູກຄ້າທຸກທ່ານ.
- ພະນັກງານຂອງພວກເຮົາທຸກພາກສ່ວນແມ່ນໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຄົບທັງ 2 ເຂັມ ດັ່ງນັ້ນ ທ່ານຈົ່ງໝັ້ນໃຈໄດ້ວ່າ ສູນການຄ້າລາວ – ໄອເຕັກຂອງພວກເຮົາ ປອດໄພ ປອດເຊື້ອ ຢ່າງແນ່ນອນ.
ເອກະສານຕິດຂັດສໍາລົບຜູ້ມາສັກວັກຊີນມີດັ່ງນີ້:
- ສໍາເນົາບັດປະຊາຊົນ ຫຼື
- ສໍາເນົາ ສໍາມະໂນຄົວ ຫຼື
- ສໍາເນົາ PASSPORT ( ສໍາລັບຄົນຕ່າງຊາດ )
ທັ້ງນີ້ ເຮົາມີມາດຕະການໃນການຈັດລະບຽບ ໂດຍໄດ້ຮັບຄວາມຮ່ວມມືຈາກອ້າຍນ້ອງ ໜ່ວຍງານ ປກສ ແລະ ໜ່ວຍງານກູ້ໄພ ນະຄອນຫຼວງ ໄດ້ເຂົ້າມາເບິ່ງແຍງຄວາມເປັນລະບຽບຮຽບຮ້ອຍ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນທີ່ມາຮັບວັກຊິນໃຫ້ໄດ້ຮັບຄວາມສະດວກສະບາຍຫຼາຍທີ່ສຸດ ແລະ ທ່ານໃດທີ່ຍັງບໍ່ໄດ້ສັກວັກຊິນຕ້ອງບໍ່ພາດໂອກາດດີດີແບບນີ້ ເພື່ອຄວາມປອດໄພສໍາລັບຕົວທ່ານເອງ ຄອບຄົວຂອງທ່ານ ແລະ ປະເທດຊາດຂອງພວກເຮົາ.