ງານເທດສະການກຸດຈີນ (Chinese New Year Fair 2021) ເລີ່ມຕົ້ນແຕ່ວັນທີ່ 6-14 ກຸມພາ 2021 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ເຊິ່ງພາຍໃນງານນີ້ເພິ່ນມີຮ້ານອາຫານ ແລະ ຮ້ານຄ້າອີິກຫຼາກຫຼາຍໃຫ້ລູກຄ້າໄດ້ມາເລາະຊື້ເລາະກິນ, ທີ່ສຳຄັນຄືໃນງານເພິ່ນມີກິດຈະກຳຫຼາກຫຼາຍໃຫ້ຫຼີ້ນອີກດ້ວຍ ເຊິ່ງໃນກິດຈະກຳນັ້ນກໍ່ມີ ການແຂງກິນ “ກິນເສັ້ນໝີ່ ແລະ ເຂົ້າຕົ້ມ” ຜູ້ທີ່ມີຄວາມສາມາດໃນການກິນຫຼາຍຫຼືກິນໄວກິນເກັ່ງເພື່ອເຂົ້າຊິ່ງລາງວັນ, ແລ້ວຍັງມີກິດຈະກຳຮ່ວມໂຫວດຮູບພາບຫຼານນ້ອຍໃນການປະກວດຮູບພາບ ອາໝ໋ວຍ-ອາຕີ໋ນ້ອຍ ໃນງານ:Chinese New Year Fair 2021 ງານຕ້ອນຮັບເທສະການກຸດຈີນທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກຮູບພາບຫລານນ້ອຍທີ່ສົ່ງເຂົ້າປະກວດຮູບໃດ ທີ່ມີຍອດໄລ້ແລະ ຍອດແຊຫລາຍທີ່ສຸດ ຮັບທຶນການສຶກສາລວມມູນຄ່າທຶນການສຶກສາຫຼາຍກວ່າ 3 ລ້ານ ກີບ ຈາກພວກເຮົາໄປເລີຍ.ປິດໂຫວດ ໃນວັນທີ 12 ກຸມພາ 2021 ນີ້ ແລ້ວກໍ່ຍັງມີກິດຈະກຳແຈກຫຼາກວັນອີກຫຼາກຫຼາຍ……